ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

EDL-Gen ຈັດກິດຈະກຳສື່ສານກັບສື່ມວນຊົນລາວ ພ້ອມລົງຢ້ຽມຢາມເຂື່ອນໄຟຟ້ານໍ້າງືມ 1

15/12/2025

CSR · 15/12/2025

ແຂວງ ວຽງຈັນ, ສປປ ລາວ – 12 ທັນວາ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ຈັດກິດຈະກຳພົບປະ ແລະ ສື່ສານກັບບັນດາສື່ມວນຊົນລາວ ເຊິ່ງມີການເຂົ້າຮ່ວມຂອງ ຄະນະຜູ້ບໍລິຫານຂອງ EDL-Gen ແລະ ເຂື່ອນໄຟຟ້ານ້ຳງື່ມ 1 ທີ່ ເຂື່ອນດັ່ງກ່າວ

ໂດຍມີ ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອຳນວຍການໃຫຍ່ EDL-Gen ທ່ານ ແລວເງິນ ຈັນທະບູລີ ຜູ້ອຳນວຍ ການເຂື່ອນໄຟຟ້ານໍ້າງື່ມ 1 ເຂົ້າຮ່ວມ ພົບປະສື່ມວນຊົນໃນໂອກາດດັ່ງກ່າວ

ຈຸດປະສົງຫຼັກຂອງກິດຈະກຳແມ່ນເພື່ອ ສົ່ງເສີມໃຫ້ສື່ມວນຊົນລາວ ມີຄວາມເຂົ້າໃຈຂຶ້ນຕື່ມ ກ່ຽວກັບການດໍາເນີນງານ ແລະ ຄວາມຮັບຜິດຊອບຂອງ EDL-Gen ແລະ ເຂື່ອນໄຟຟ້ານ້ຳງື່ມ 1

ການຢ້ຽມຢາມພາກສະໜາມ ແລະ ການແລກປ່ຽນຂໍ້ມູນ

ພາຍໃນກິດຈະກຳ, EDL-Gen ໄດ້ຈັດຕັ້ງການນຳສະເໜີເພື່ອອະທິບາຍກ່ຽວກັບໂຄງການ, ພ້ອມທັງເປີດໂອກາດໃຫ້ສື່ມວນຊົນໄດ້ສອບຖາມຂໍ້ມູນຕ່າງໆຢ່າງເປີດເຜີຍ.

ກິດຈະກຳທີ່ສຳຄັນແມ່ນການພາສື່ມວນຊົນ ລົງຢ້ຽມຢາມເຂື່ອນໄຟຟ້ານໍ້າງື່ມ 1, ເຊິ່ງເປັນເຂື່ອນໄຟຟ້າແຫ່ງສຳຄັນຂອງ EDL-Gen. ໃນການຢ້ຽມຢາມຄັ້ງນີ້, ຍັງໄດ້ມີການນຳສະເໜີວິດີໂອຂໍ້ມູນຫຍໍ້ (VDO profile) ຂອງ EDL-Gen ເພື່ອໃຫ້ສື່ມວນຊົນໄດ້ຮັບຮູ້ຂໍ້ມູນໂດຍຫຍໍ້.

ນອກນັ້ນ ຈຸດປະສົງຂອງການຈັດກິດຈະກຳນີ້ ແມ່ນເພື່ອໃຫ້ສື່ມວນຊົນເຂົ້າໃຈກ່ຽວກັບຂະບວນການຜະລິດພະລັງງານຂອງໂຮງງານໄຟຟ້າ, ແຜນການພັດທະນາຂອງບໍລິສັດ, ການຄຸ້ມຄອງສິ່ງແວດລ້ອມທີ່ຍືນຍົງ, ແລະ ວຽກງານການປະກອບສ່ວນຕໍ່ສັງຄົມທີ່ EDL-Gen ໄດ້ປະຕິບັດທີ່ຜ່ານມາ ແລະ ໃນຕໍ່ໜ້າ.

EDL-Gen ຍັງໄດ້ຢືນຢັນເຖິງການດໍາເນີນງານຂອງບໍລິສັດທີ່ສອດຄ່ອງກັບນະໂຍບາຍການພັດທະນາສີຂຽວ ແລະ ຍືນຍົງຂອງລັດຖະບານ.

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫວັງວ່າການພົບປະສື່ມວນຊົນ ແລະ ການລົງຢ້ຽມຢາມໃນຄັ້ງນີ້ ຈະຊ່ວຍໃຫ້ສື່ມວນຊົນສາມາດ ນໍາສະເໜີຂ່າວສານທີ່ຖືກຕ້ອງ ແລະ ຄົບຖ້ວນ ກ່ຽວກັບບົດບາດຂອງບໍລິສັດໃນການປະກອບສ່ວນເຂົ້າໃນວຽກງານພະລັງງານໄຟຟ້າຂອງ ສປປ ລາວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)