ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳປູກຈິດສຳນຶກດ້ານສິ່ງແວດລ້ອມ ໃຫ້ແກ່ນ້ອງນັກຮຽນ ທີ່ໂຮງຮຽນບ້ານວັງເຮືອ, ເມືອງທຸລະຄົມ, ແຂວງວຽງຈັນ ເຊິ່ງເປັນໂຮງຮຽນທີ່ຕັ້ງຢູ່ໃນຂອບເຂດອ້ອມຂ້າງເຂື່ອນໄຟຟ້ານ້ຳມັງ 3.
ກິດຈະກຳຄັ້ງນີ້ນໍາໂດຍ ທ່ານ ນາງ ຈິດຕະນາ ແກ້ວລາວົງ ຜູ້ຊ່ວຍຜູ້ອຳນວຍການຝ່າຍເລຂານຸການ ແລະ ຄຸ້ມຄອງບໍລິຫານ ເປັນຕາງໜ້າ ຜ-ຟຟລ ພ້ອມດ້ວຍພະແນກສິ່ງແວດລ້ອມ ແລະ ການນຳຈາກເຂື່ອນໄຟຟ້ານ້ຳມັງ 3, ທີມງານ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ກິດຈະກຳດັ່ງກ່າວ ເປັນໜຶ່ງໃນວຽກງານດ້ານສິ່ງແວດລ້ອມ ແລະ ຊຸມຊົນຂອງ ຜ-ຟຟລ ທີ່ມຸ່ງເນັ້ນການສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ປູກຈິດສຳນຶກໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ ໃນການຮ່ວມກັນອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ກ່ອນໜ້ານີ້, ໃນລະຫວ່າງວັນທີ 12-15 ພຶດສະພາ 2026, ພະແນກສິ່ງແວດລ້ອມ ແລະ ຊຸມຊົນ ຜ-ຟຟລ ໄດ້ລົງພື້ນທີ່ເກັບກຳຂໍ້ມູນຈຳນວນນັກຮຽນ ແລະ ສຳຫຼວດຄວາມຕ້ອງການຂອງ ໂຮງຮຽນບ້ານວັງເຮືອ ແລະ ໂຮງຮຽນບ້ານປ່າແປກ, ເມືອງທຸລະຄົມ, ແຂວງວຽງຈັນ.
ພາຍຫຼັງການພິຈາລະນາຂໍ້ມູນ ແລະ ຂໍ້ສະເໜີຈາກບັນດາໂຮງຮຽນ, ຜ-ຟຟລ ໄດ້ກຳນົດ 2 ກິດຈະກຳຫຼັກເພື່ອໃຫ້ການສະໜັບສະໜູນ.
ກິດຈະກຳທຳອິດ ແມ່ນການສະໜັບສະໜູນອຸປະກອນສຳລັບສ້ອມແປງຫຼັງຄາໂຮງຮຽນ ປະກອບມີ ສັງກະສີ, ກະເບື້ອງ ແລະ ອື່ນໆ ສຳລັບສ້ອມແປງຫຼັງຄາ ໃຫ້ແກ່ໂຮງຮຽນບ້ານວັງເຮືອ ແລະ ໂຮງຮຽນບ້ານປ່າແປກ.
ການສ້ອມແປງໄດ້ດຳເນີນຮ່ວມກັບຕາງໜ້າ ເຂື່ອນໄຟຟ້ານ້ຳມັງ 3, ອຳນາດການປົກຄອງບ້ານ ແລະ ຄູ-ອາຈານ ໃນລະຫວ່າງວັນທີ 23-24 ກໍລະກົດ 2026 ແລະ ໄດ້ສຳເລັດລົງດ້ວຍດີ.
ກິດຈະກຳທີ 2 ແມ່ນການສ້າງຄວາມຮູ້ ແລະ ປູກຈິດສຳນຶກດ້ານສິ່ງແວດລ້ອມ ໃຫ້ແກ່ນ້ອງນັກຮຽນໂຮງຮຽນບ້ານວັງເຮືອ. ເນື້ອໃນຂອງກິດຈະກຳໄດ້ເນັ້ນໃຫ້ນ້ອງນັກຮຽນມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບ ການຜະລິດກະແສໄຟຟ້າຈາກພະລັງງານນ້ຳ, ຄວາມສຳຄັນຂອງລະບົບນິເວດ, ການປົກປັກຮັກສາປ່າໄມ້ ແລະ ແຫຼ່ງນ້ຳ, ການອະນຸລັກຊັບພະຍາກອນທຳມະຊາດ, ການນຳໃຊ້ທີ່ດິນຢ່າງເໝາະສົມ ແລະ ຜົນກະທົບຈາກການຕັດໄມ້ທຳລາຍປ່າຕົ້ນນ້ຳ.
ພາຍໃນກິດຈະກຳ ຍັງໄດ້ເປີດໂອກາດໃຫ້ນ້ອງນັກຮຽນໄດ້ຮ່ວມຮຽນຮູ້, ຕອບຄຳຖາມ ແລະ ແລກປ່ຽນຄວາມຄິດເຫັນ ເພື່ອໃຫ້ສາມາດນຳຄວາມຮູ້ໄປປະຍຸກໃຊ້ໃນຊີວິດປະຈຳວັນ ແລະ ມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມຕັ້ງແຕ່ໄວເດັກ. ພ້ອມກັນນັ້ນ, ຜ-ຟຟລ ຍັງໄດ້ມອບ ອຸປະກອນການຮຽນ ແລະ ເຂົ້າໜົມ ໃຫ້ແກ່ນ້ອງນັກຮຽນທີ່ເຂົ້າຮ່ວມກິດຈະກຳ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຈິດຕະນາ ແກ້ວລາວົງ ຕາງໜ້າ ຜ-ຟຟລ ໄດ້ສະແດງຄວາມຍິນດີທີ່ ຜ-ຟຟລ ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນດ້ານການສຶກສາ ແລະ ຖ່າຍທອດຄວາມຮູ້ດ້ານພະລັງງານ ແລະ ສິ່ງແວດລ້ອມໃຫ້ແກ່ເດັກນ້ອຍ ພ້ອມທັງຫວັງວ່າ ຄວາມຮູ້ທີ່ໄດ້ຮັບຈາກກິດຈະກຳຄັ້ງນີ້ ຈະຊ່ວຍສ້າງຈິດສຳນຶກໃຫ້ນ້ອງນັກຮຽນຮູ້ຈັກຮັກ ແລະ ຫວງແຫນຊັບພະຍາກອນທຳມະຊາດຂອງຕົນ.
ການຈັດກິດຈະກຳຄັ້ງນີ້ ສະທ້ອນເຖິງຄວາມມຸ່ງໝັ້ນຂອງ ຜ-ຟຟລ ໃນການດຳເນີນວຽກງານຄຽງຄູ່ກັບການພັດທະນາຊຸມຊົນ, ສົ່ງເສີມການສຶກສາ ແລະ ສ້າງຈິດສຳນຶກໃນການອະນຸລັກສິ່ງແວດລ້ອມ, ເພື່ອປູພື້ນຖານໃຫ້ເດັກນ້ອຍເຕີບໃຫຍ່ເປັນກຳລັງສຳຄັນໃນການຮ່ວມກັນຮັກສາຊັບພະຍາກອນ ແລະ ພັດທະນາຊຸມຊົນຢ່າງຍືນຍົງ.







