ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດພິທີ ປູກຕົ້ນໄມ້

02/06/2019

ຂ່າວ · 02/06/2019

ຜ-ຟຟລ ຈັດພິທີ ປູກຕົ້ນໄມ້

ບໍລິສັດ ຜະລິດ-​ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດພິທີ ປູກ​ຕົ້ນ​​ໄມ້ ແລະ ປ່ອຍປາ ທີ່ບໍລິເວນເຂື່ອນ ໄຟຟ້າ ນ້ຳມັງ 3, ເມືອງ​ ທຸລະຄົມ, ​ແຂວງ ວຽງຈັນ ໃນ​ວັນ​ທີ 31  ພຶດສະພາ 2019ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01ມິຖຸນາ ປະຈໍາປີ 2019. ໃນພິທີດັ່ງກ່າວ ໄດ້ມີການປູກຕົ້ນໄມ້ ຈຳນວນ 650 ກວ່າ ຕົ້ນແລະ ພັນປາພື້ນເມືອງ ຈຳນວນ 20,000 ກວ່າໂຕເພື່ອປ່ອຍລົງສູ່ ເຂດວັງສະຫງວນຫຼັງໂຮງຈັກຂອງເຂື່ອນໄຟຟ້ານໍ້າມັງ 3 ແຫ່ງນີ້ ເພື່ອເປັນການສົ່ງເສີມຊີວະນາໆພັນ ແລະ ສິ່ງແວດລ້ອມໃຫ້ມີຄວາມສົມດູນແລະ ທັງເປັນການສ້າງທັດສະນີຍະພາບທີ່ສວຍສົດງົດງາມ.

ນອກຈາກຈະເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດແລ້ວ ຍັງເປັນວັນເດັກນ້ອຍສາກົນ ຜ-ຟຟລ ໄດ້ສະໜັບສະໜູນ ອຸປະກອນ ການສຶກສາ ແລະ ກິລາ ຈຳນວນໜຶ່ງ ເພື່ອມອບໃຫ້ ໂຮງຮຽນປະຖົມສົມບູນ 4 ແຫ່ງໃນເຂດນີ້ ລວມມີ ໂຮງຮຽນ ບ້ານພູເຂົາຄວາຍໃໝ່, ບ້ານນໍ້າຫຍາມ, ບ້ານພູປ່າມັນ ແລະ ບ້ານວັງເຮືອເພື່ອນຳໃຊ້ ເຂົ້າໃນການເຮັດກິດຈະກຳຕ່າງໆຂອງໂຮງຮຽນ ຊຶ່ງຜ່ານມາ ຜ-ຟຟລ ໄດ້ຊຸກຍູ້ ແລະ ປະກອບສ່ວນສິ່ງທີ່ຈຳເປັນໃຫ້ແກ່ບ້ານ ແລະ ໂຮງຮຽນອ້ອມຂ້າງ ເຂື່ອນໄຟຟ້ານໍ້າມັງ 3 ຢູ່ຢ່າງເປັນປະຈໍາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)