ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດກິດຈະກຳ ການຮັກສາສິ່ງແວດລ້ອມ ແລະ ມອບອຸປະກອນການສຶກສາໃຫ້ນ້ອງນັກຮຽນ

07/10/2024

ຂ່າວ · 07/10/2024

ຕາງໜ້າສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ໂຄງການເຂື່ອນໄຟຟ້ານ້ຳເລິກ ແລະ ເຂື່ອນໄຟຟ້າເຊເສັດ 3 ໄດ້ຮ່ວມກັນຈັດກິດຈະກຳ ວຽກງານການປູກຈິດສຳນຶກ ທາງດ້ານການຮັກສາສິ່ງແວດລ້ອມ ໃຫ້ແກ່ ນ້ອງໆນັກຮຽນ ແລະ ຄູອາຈານ ທີ່ ມີໂຮງຮຽນຕັ້ງຢູ່ໃກ້ກັບໂຄງການດັ່ງກ່າວ

ໂດຍໃນລະຫວ່າງວັນທີ 11 ແລະ 13 ກັນຍາ 2024 ພະນັກງານຈາກ ຜ-ຟຟລ ແລະ ໂຄງການ ເຂື່ອນໄຟຟ້ານໍ້າເລິກ ໄດ້ຮ່ວມກັບ ຄູອາຈານ ແລະ ນ້ອງໆນັກຮຽນ ຈັດກິດຈະກຳດັ່ງກ່າວ ທີ່ ໂຮງຮຽນບ້ານ ພູປາມັນ, ບ້ານ ຖໍ້າດິນ ແລະ ບ້ານທ່າເຮືອ ເມືອງລ້ອງຊານ ແຂວງໄຊສະບູນ

ນອກຈາກນັ້ນ ໃນວັນທີ 27 ກັນຍາ 2024 ພະນັກງານຈາກ ຜ-ຟຟລ ແລະ ເຂື່ອນໄຟຟ້າເຊເສັດ 3 ໄດ້ຮ່ວມກັບ ຄູອາຈານ ແລະ ນ້ອງໆນັກຮຽນ ຈັດກິດຈະກຳ ວຽກງານການປູກຈິດສຳນຶກ ທາງດ້ານການຮັກສາສິ່ງແວດລ້ອມ ໃຫ້ຊຸມຊົມອ້ອມຂ້າງເຂື່ອນ ທີ່ ບ້ານພໍ່ເຂັມ ເມືອງເລົ່າງາມ ແຂວງສາລະວັນ ເຊິ່ງເປັນບ້ານທີ່ຕັ້ງຢູ່ໃກ້ກັບໂຄງການດັ່ງກ່າວ

ຈຸດປະສົງຫຼັກໃນການຈັດກິດຈະກຳຄັ້ງນີ້ເພື່ອເອົາໃຈໃສ່ ວຽກງານການສົ່ງເສີມການສຶກສາ, ເສີມສ້າງຄວາມຮູ້, ການອະນຸລັກຊັບພະຍາກອນທຳມະຊາດ, ເຜີຍແຜ່ຂໍ້ມູນຂ່າວສານ ຂອງ ຜ-ຟຟລ ໃຫ້ແກ່ນ້ອງໆນັກຮຽນ ແລະ ຊຸມຊົນອ້ອມຂ້າງເຂື່ອນ, ໄດ້ສ້າງຄວາມຮູ້ຄວາມເຂົ້າໃຈ, ສ້າງສາຍສຳພັນອັນດີ ລະຫວ່າງ ທີມງານຈາກ ຜ-ຟຟລ, ບັນດາເຂື່ອນໄຟຟ້າ ທີ່ ຜ-ຟຟລ ຄຸ້ມຄອງ ແລະ ຊຸມຊົນທີ່ຢູ່ອ້ອມຂ້າງເຂື່ອນ

ນອກຈາກນີ້ ຜ-ຟຟລ ຍັງໄດ້ມອບອຸປະກອນທີ່ຈຳເປັນເຂົ້າໃນການຮຽນ-ການສອນຈຳນວນໜຶ່ງ ໃຫ້ແກ່ຄູອາຈານ ແລະ ນ້ອງນັກຮຽນໃນໂອກາດດັ່ງກ່າວ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)