ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ສໍາເລັດການຈັດຝຶກອົບຮົມ ໃນຫົວຂໍ້ ມາດຕະຖານການດໍາເນີນງານ ໃນວຽກງານສິ່ງແວດລ້ອມ - ສັງຄົມ ໃຫ້ແກ່ ລະດັບຜູ້ອໍານວຍການເຂື່ອນ

23/04/2017

CSR · 23/04/2017

ຜ-ຟຟລ ສໍາເລັດການຈັດຝຶກອົບຮົມ ໃນຫົວຂໍ້ ມາດຕະຖານການດໍາເນີນງານ ໃນວຽກງານສິ່ງແວດລ້ອມ - ສັງຄົມ ໃຫ້ແກ່ ລະດັບຜູ້ອໍານວຍການເຂື່ອນ

ໃນລະຫວ່າງວັນທີ 31 ມີນາ ຫາ ວັນທີ 2 ເມສາ 2015 ທີ່ຜ່ານມາ ຢູ່ທີ່ ສໍານັກງາານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມີການຈັດຝຶກອົບຮົມວຽກງານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ແກ່ ພະນັກງານລະດັບ ຜູ້ອໍານວຍການເຂື່ອນຕ່າງໆ ຂອງ ຜ-ຟຟລ ພາຍໃຕ້ຫົວຂໍ້ ມາດຕະຖານການດໍາເນີນງານ ຂອງອົງການການເງິນສາກົນ (IFC) ເຊິ່ງການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ມີຊ່ຽວຊານ ທີ່ມີຄວາມຊໍານານໃນວຽກງານດັ່ງກ່າວ ຈາກສະຫະລັດອາເມລິກາ ນໍາມາຝຶກອົບຮົມ. ນອກຈາກນັ້ນ ພະນັກງານວິຊາການຫ້ອງການສິ່ງແວດລ້ອມ ຈາກລັດວິສາຫະກິດໄຟຟ້າລາວ (ຟຟລ) ກໍໄດ້ເຂົ້າມາຮ່ວມການຝຶກອົບຮົມໃນຄັ້ງນີ້ດ້ວຍ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)