ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ສຳມະນາ ແລກປ່ຽນຄວາມຮູ້ກ່ຽວກັບໂຄງການ ເຂື່ອນໄຟຟ້າ ພະລັງນ້ຳ

10/07/2017

ຂ່າວ · 10/07/2017

ສຳມະນາ ແລກປ່ຽນຄວາມຮູ້ກ່ຽວກັບໂຄງການ ເຂື່ອນໄຟຟ້າ ພະລັງນ້ຳ

ບໍລິສັດ ຜະລິດ ໄຟຟ້າ ລາວ ມະຫາຊົນ (ຜ-ຟຟລ) ຈັດສຳມະນາ ໃນຫົວຂໍ້ ກ່ຽວກັບການວິເຄາະ ແລະ ການສຶກສາຄວາມເປັນໄປໄດ້ຂອງໂຄງການໄຟຟ້າ ພະລັງງານນໍ້າ ຫຼື “Analysis of Hydro Electric Project Feasibility Study”, ຈຸດປະສົງກໍ່ເພື່ອພັດທະນາ ແລະ ແລກປ່ຽນຄວາມຮູ້ກ່ຽວກັບໂຄງການ ເຂື່ອນໄຟຟ້າ ພະລັງນ້ຳ ໃນ ສປປ ລາວ, ໃນລະຫວາງວັນທີ 06 ຫາ 07 ກໍລະກົດ 2017. ການສຳມະນາດັ່ງກ່າວ ແມ່ນໂຄງການຮ່ວມມື ລະຫວ່າງ ຜ-ຟຟລ ແລະ ບໍລິສັດ ລາດລາວ ບໍລິການ ຈຳກັດ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ ຜ-ຟຟລ, ພ້ອມນີ້ຍັງມີ ທ່ານ ຈະຕຸພອນ ໂສພາລັກ ຜູ້ອຳນວຍການ ບໍລິສັດ ລາດລາວ ບໍລິການ ຈຳກັດ, ອຳນວຍການຝ່າຍ, ອຳນວຍການເຂື່ອນ, ຫົວໜ້າພະແນກ, ຕາງໜ້າຈາກບັນດາເຂື່ອນຕ່າງໆ ທີ່ຂຶ້ນກັບ ຜ-ຟຟລ ແລະ ພະນັກງານວິຊາການ ເຂົ້າຮ່ວມ ກ່ວາ 30 ທ່ານ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)