ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ “ເຂື່ອນໄຟຟ້ານໍ້າງື່ມ 1” ຈັດກິດຈະກຳ ປະຊາສຳພັນ ວຽກງານສິ່ງແວດລ້ອມ ແລະ ສັງຄົມ

09/11/2016

CSR · 09/11/2016

ຜ-ຟຟລ “ເຂື່ອນໄຟຟ້ານໍ້າງື່ມ 1” ຈັດກິດຈະກຳ ປະຊາສຳພັນ ວຽກງານສິ່ງແວດລ້ອມ ແລະ ສັງຄົມ

ໃນວັນທີ 03 ພະຈິກ 2016, ຜ-ຟຟລ ກໍ່ຄື ເຂື່ອນໄຟຟ້ານໍ້າງື່ມ1 ໄດ້ລົງຈັດກິດຈະກຳຮ່ວມກັບ ນ້ອງໆນັກຮຽນ ທີ່ ໂຮງຮຽນ ມັດທະຍົມສົມບູນ ໂພນໝີ, ເມືອງວຽງຄຳ ແຂວງວຽງຈັນ. ຈຸດປະສົງ ເພື່ອເປັນການປູກຈິດສໍານຶກໃຫ້ກັບບັນດານັກຮຽນ ໃຫ້ເຂົ້າໃຈເພີ່ມຂຶ້ນກ່ຽວກັບການດຳເນີນທຸລະກິດຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ໃຫ້ເຫັນເຖິງຄວາມສໍາຄັນກ່ຽວກັບການອະນຸລັກ ຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ.ໃນກິດຈະກຳດັ່ງກ່າວ ເຂື່ອນໄຟຟ້ານໍ້າງື່ມ 1 ກໍ່ໄດ້ມອບ ຖັງຂີ້ເຫຍື້ອ ພ້ອມດ້ວຍອຸປະກອນການສຶກສາຈໍານວນໜຶ່ງໃຫ້ກັບ ໂຮງຮຽນດັ່ງກ່າວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)