ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວແຈ້ງຕະຫຼາດຫຼັກຊັບ

ລະດັບນໍ້າຂອງເຂື່ອນໄຟຟ້ານໍ້າຄານ 2-3 ຍັງຢູ່ໃນລະດັບທີ່ປອດໄພ

01/08/2018

ຂ່າວແຈ້ງຕະຫຼາດຫຼັກຊັບ · 01/08/2018

ລະດັບນໍ້າຂອງເຂື່ອນໄຟຟ້ານໍ້າຄານ 2-3 ຍັງຢູ່ໃນລະດັບທີ່ປອດໄພ.

ຄະນະຮັບຜິດຊອບ ເຂື່ອນ ໄຟຟ້ານ້ຳຄານ 2-3 ໄດ້ມີການອອກແຈ້ງການເຖີງບັນດາພາກສ່ວນຕ່າງໆພາຍໃນເມືອງຫຼວງພະບາງ ແລະ ເມືອງຊຽງເງິນ, ແຂວງຫຼວງພະບາງ ຊາບທົ່ວເຖີງກັນວ່າ ນັບຕັ້ງແຕ່ວັນທີ 20 ກໍລະກົດ 2018 ເປັນຕົ້ນມາ ໄດ້ມີການລະບາຍນ້ຳຜ່ານປະຕູນໍ້າລົ້ນ ຂອງເຂື່ອນ ໄຟຟ້ານ້ຳຄານ 3 ດັ່ງນັ້ນ ຈຶ່ງໄດ້ປະຊາສຳພັນ ເຖິງອໍານາດການປົກຄອງ, ຜູ້ປະກອບການທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໃສ່ຢູ່ລ້ອງສາຍນ້ຳຄານຕອນລຸ່ມ ໃຫ້ມີສະຕິກຽມພ້ອມ ໃຫ້ເຝົ້າລະວັງ ແລະ ເກັບມ້ຽນສິ່ງຂອງ ເພື່ອປ້ອງກັນການເສຍຫາຍ ຈາກນ້ຳຖ້ວມເຖິງ ອັນເນື່ອງມາຈາກການລະບາຍນໍ້າຜ່ານປະຕູນ້ຳລົ້ນ ແລະ ນ້ຳຫ້ວຍກ້ອງເຂຶື່ອນ ເຊິ່ງຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນ ໄຟຟ້ານ້ຳຄານ 3 ແລະ ລ້ອງນໍ້າຄານຕອນລຸ່ມເພີ່ມຂຶ້ນ ເຊິ່ງການລະບາຍນ້ຳຈະມີຄື:

  • ລະບາຍຜ່ານປະຕູນ້ຳລົ້ນ ປະລິມານ 600-700 ແມັດກ້ອນ ຕໍ່ວິນາທີ
  • ລະບາຍຜ່ານການແລ່ນຈັກ ປະລິມານ 85 ແມັດກ້ອນ ຕໍ່ວິນາທີ

ລວມປະລິມານນ້ຳລົງສູ່ທ້າຍເຂື່ອນ ໄຟຟ້າ ນ້ຳຄານ 3 ທັງໝົດ 685-785 ແມັດກ້ອນ ຕໍ່ວິນາທີ;

ການປ່ຽນແປງດັ່ງກ່າວ ຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນປ່ຽນແປງ ຈາກລະດັບປົກກະຕິ 306 ແມັດ ທຽບໃສ່ລະດັບໜ້ານ້ຳທະເລ ມາເປັນ 312 ແມັດ ທຽບໃສ່ລະດັບໜ້ານ້ຳທະເລ ເຊິ່ງຈະເຮັດໃຫ້ນ້ຳທ້າຍເຂື່ອນໄຟຟ້າ ນ້ຳຄານ 3 ເພີ່ມຂຶ້ນ ລະຫ່ວາງ 3-6 ແມັດ (ລະດັບນໍ້າດັ່ງກ່າວນີ້ ຍັງບໍ່ຈັດຢູ່ໃນລະດັບອັນຕະລາຍ) ຍັງຢູ່ໃນລະດັບປອດໄພ ແລະ ຄ້າຍຄືກັບ ຍາມລະດູຝົນທີ່ຜ່ານມາ. ທັງນີ້, ການລະບາຍນໍ້າດັ່ງກ່າວກໍ່ເພື່ອເປັນການຮັບປະກັນຜົນກະທົບທາງດ້ານ ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະບັນດາບ້ານ ທີ່ຢູ່ຕອນລຸ່ມຂອງສາຍນໍ້າຄານ.

ເຖິງຢ່າງໃດກໍ່ຕາມ, ການແຈ້່ງເຕືອນດັ່ງກ່າວແມ່ນໄດ້ ປະຕິບັດ ອີງຕາມການແຈ້ງເຕືອນໄພ ຝົນຕົກ ເລກທີ  0818/ກອຕທ, ນະຄອນຫຼວງວຽງຈັນ ວັນທີ 24 ກໍລະກົດ 2018 ແລະ ອີງຕາມປະລິມານນໍ້າໄຫຼຕົວຈິງ ໃນແຕ່ລະວັນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ການກັກເກັບນ້ຳພາຍໃນ ອ່າງເກັບນ້ຳຂອງເຂື່ອນ ໄຟຟ້າ ນ້ຳຄານ 3 ເພີ່ມຂຶ້ນ ແລະ ເພື່ອຄວບຄຸມ ລະດັບນ້ຳໜ້າອ່າງ ແລະ ກ້ອງເຂື່ອນ ໄຟຟ້າ ນ້ຳຄານ 2-3 ໃຫ້ຢູ່ໃນລະດັບທີ່ປອດໄພ ຄວບຄຸມໄດ້ ແລະ ເພື່ອປ້ອງກັນໄພນ້ຳຖ້ວມ ຈາກນໍ້າທີ່ເກີດຂຶ້ນຕາມທຳມະຊາດ ຢ່າງຕໍ່ເນື່ອງ.

ເຂື່ອນ​ໄຟຟ້ານ້ຳຄານ 3 ຕັ້ງຢູ່ສາຍນ້ຳຄານ ລະຫ່ວາງ ບ້ານ  ບ້ານ ດອນໂມ ແລະ ບ້ານ ຄອນຫວາຍ, ເມືອງ ຊຽງເງີນ, ແຂວງ ຫຼວງພະບາງ, ຫ່າງຈາກຕົວເມືອງຫຼວງພະບາງ ໄປທາງທິດຕາເວັນອອກສ່ຽງໃຕ້ຕາມເສັ້ນທາງ ເລກທີ 13  ເໝືອ ປະມານ 24, ເຂື່ອນ​ໄຟຟ້ານ້ຳຄານ 3 ມີ​ກຳລັງ​ຕິດ​ຕັ້ງ 60 MW ສາ​ມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້ 240.8 GWh ຕໍ່​ປີ.​ ສໍາລັບເຂື່ອນໄຟຟ້ານໍ້າຄານ 2 ຕັ້ງຢູ່ສາຍນ້ຳຄານ ຫ່າງ​ຈາກ​ເຂື່ອນໄຟຟ້າ ​ນ້ຳຄານ 3 ປະມານ 48 Km ຕັ້ງຢູ່ເມືອງຊຽງເງີນແຂວງຫຼວງພະບາງ ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 400 ກິໂລແມັດ ແລະ ຫ່າງຈາກໃຈກາງເມືອງຫຼວງພະບາງເຂົ້າຫາເຂື່ອນປະມານ 80 ກິໂລແມັດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)