ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ໄດ້ຮັບກຽດເຂົ້າພົບ ເຈົ້າຊາຍ ອ່າວເຟຣດ ແຫ່ງລາຊອານາຈັກ ລີດສເທີນສ໌ຕ໋າຍ

11/05/2018

ຂ່າວ · 11/05/2018

ຜ-ຟຟລ ໄດ້ຮັບກຽດເຂົ້າພົບ ເຈົ້າຊາຍ ອ່າວເຟຣດ ແຫ່ງລາຊອານາຈັກ ລີດສເທີນສ໌ຕ໋າຍ

ໃນວັນທີ 10 ພຶດສະພາ 2018, ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍຄະນະໄດ້ຮັບກຽດເຂົ້າພົບເຈົ້າຊາຍ ອ່າວເຟຣດ ແຫ່ງລາຊອານາຈັກ ລີດສເທີນສ໌ຕ໋າຍ, ປະທານທີ່ປຶກສາສະພາບໍລິຫານມູນນິທິສັນຕິພາບສາກົນ. ທີ່ໂຮງແຮມຄາວພຣາຊາ, ນະຄອນຫຼວງວຽງຈັນ.

ຄະນະຜູ້ອໍານວຍການໃຫຍ່ ໄດ້ກ່າວຂອບໃຈໃນການມາຢ້ຽມຢາມລາວຄັ້ງນີ້ ພ້ອມທັງອະທິບາຍຫຍໍ້ກ່ຽວກັບການດຳເນີນທຸລະກິດຂອງບໍລິສັດເພື່ອໃຫ້ພະອົງໄດ້ຮັບຊາບ. ໃນນັ້ນພະອົງໄດ້ໃຫ້ຄວາມສົນໃຈກ່ຽວກັບການຂະຫຍາຍກຳລັງການຜະລິດ, ທຸລະກິດຂອງ ຜ-ຟຟລ ໃນຂົງເຂດອາຊຽນ ແລະ ໄດ້ເລັ່ງເຫັນເຖິງຄວາມສຳຄັນຂອງການປະຕິບັດວຽກງານທາງດ້ານ ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃນຂົງເຂດຫ່າງໄກສອກຫຼີກ. ພ້ອມນີ້ຍັງໄດ້ກ່າວຊົມເຊີຍການຈັດຕັ້ງປະຕິບັດວຽກງານຂອງບໍລິສັດໃນໄລຍະຜ່ານມາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)