ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຮ່ວມພິທີມອບ-ຮັບ ວຽກກໍ່ຕາຂ່າຍແຮງດັນກາງ 22 ກວ ຕາມເສັ້ນທາງ 516 ຄວາມຍາວ 5,9 km ເມືອງ ລ້ອງຊານ ແຂວງ ໄຊສົມບູນ ຮ່ວມກັບ ບໍລິສັດ ແສງວົງຈິດ ກໍ່ສ້າງ ຈໍາກັດ ຜູ້ດຽວ

03/09/2026

ຂ່າວ · 03/09/2026

ວັນທີ 1 ກັນຍາ 2026, ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມກອງປະຊຸມ ເພື່ອມອບ-ຮັບ ວຽກກໍ່ສ້າງຕາຂ່າຍໄຟຟ້າແຮງດັນກາງ 22 (kV) ຕາມເສັ້ນທາງ 516 ຄວາມຍາວ 5,9 ກິໂລແມັດ ຢູ່ເມືອງ ລ້ອງຊານ, ແຂວງ ໄຊສົມບູນ ຢ່າງເປັນທາງການ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ ເຂື່ອນໄຟຟ້ານ້ຳເລິກ, ເມືອງ ລ້ອງຊານ, ແຂວງ ໄຊສົມບູນ.

ການສຳເລັດ ແລະ ມອບ-ຮັບ ວຽກງານໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການເພີ່ມປະສິດທິພາບ ແລະ ຄວາມໝັ້ນຄົງ ການຈ່າຍກະແສໄຟຟ້າ ເພື່ອສະໜອງພະລັງງານໄຟຟ້າ ໃຫ້ແກ່ປະຊາຊົນໃນຂົງເຂດດັ່ງກ່າວຢ່າງພຽງພໍ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ ແລະ ປັບປຸງຊີວິດຄວາມເປັນຢູ່ຂອງປະຊາຊົນ ໃນເມືອງ ລ້ອງຊານ ແຂວງ ໄຊສົມບູນ ໃຫ້ດີຂຶ້ນເລື້ອຍໆ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)