ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

“ຜ-ຟຟລ ຮັບລາງວັນ ThaiBMA Award 2018”

22/02/2019

ຂ່າວ · 22/02/2019

“ຜ-ຟຟລ ຮັບລາງວັນ ThaiBMA Award 2018”

ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ(ຜ-ຟຟລ) ໄດ້ຮັບລາງວັນ The Thai Bond Market Association ຫຼື ThaiBMA Award ປະຈໍາປີ 2018, ໃນສາຂາ Distinguished Issuer Award ຫຼື ຜູ້ອອກຮຸ້ນກູ້ທີ່ໂດດເດັ່ນໃນການພັດທະນາຕະຫຼາດຮຸ້ນກູ້ພາກເອກະຊົນ. ThaiBMA ນີ້ແມ່ນສະມາຄົມຕະຫຼາດຮຸ້ນກູ້ແຫ່ງປະເທດໄທ, ຊຶ່ງມີໜ້າທີ່ກ່ຽວກັບການຕິດຕາມສະມາຊິກໃນການເຮັດທຸລະກຳການຄ້າຮຸ້ນ ແລະ ໄດ້ປັບປຸງໃຫ້ສອດຄ້ອງກັບການພັດທະນາຂອງຕະຫຼາດຮຸ້ນທີ່ນັບມື້ເຕີບໃຫຍ່ຂຶ້ນເລື້ອຍໆ.

ພິທີມອບຮັບລາງວັນ​ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2019 ທີ່ໂຮງແຮມ The Ascott, ບາງກອກ, ປະເທດໄທ. ລາງວັນ ThaiBMA Award ຈັດຂຶ້ນເພື່ອຮັບຮູ້ແລະສະເຫລີມສະຫລອງຜົນສຳເລັດຂອງການລະດົມທຶນຂອງບັນດາບໍລິສັດທີ່ພົ້ນເດັ່ນໃນສະມາຄົມ ThaiBMA. ໃນພິທີຮັບລາງວັນອັນຊົງກຽດແລະມີຄວາມຫມາຍສຳຄັນໃນຄັ້ງນີ້, ຕາງຫນ້າ ຜ-ຟຟລ ແມ່ນນຳໂດຍ ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອໍານວຍການໃຫຍ່ ຜ-ຟຟລ, ພ້ອມດ້ວຍຕາງຫນ້າຈາກ ທະນາຄານຮ່ວມຈັດຈຳຫນ່າຍຮຸ້ນກູ້ ແລະ ທີ່ປືກສາການເງິນແລະກົດຫມາຍ ທີ່ມີສ່ວນຮ່ວມເຮັດໃຫ້ການອອກຮຸ້ນກູ້ຂອງ ຜ-ຟຟລ ໃນປີ 2018 ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ສາມາດອ່ານລາຍລະອຽດກ່ຽວກັບ ThaiBMA ໄດ້ທີ່:

http://www.thaibma.or.th/EN/Home.aspx


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)