ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຮັບລາງວັນ FinanceAsia Achievement Awards 2018

15/02/2019

ຂ່າວ · 15/02/2019

ຜ-ຟຟລ ຮັບລາງວັນ FinanceAsia Achievement Awards 2018

ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ (ຜ-ຟຟລ) ໄດ້ຮັບລາງວັນ FinanceAsia Achievement Awards ປະຈໍາປີ2018, ໃນສາຂາ Best Laos Deal, EDL-Generation’s 13,7 Billion baht ($410 million) multi-tranche bond ຫຼືການລະດົມທຶນດີເດັ່ນຂອງປະເທດລາວຈາກການອອກຈໍາໜ່າຍຮຸ້ນກູ້ສະກຸນເງິນບາດມູນຄ່າ 13,7 ຕື້ບາດ (ຫຼື 410 ລ້ານໂດລາສະຫະລັດ). ພິທີມອບຮັບລາງວັນ​ໄດ້ຈັດຂຶ້ນໃນວັນທີ 13/02/2019 ທີ່ໂຮງແຮມ Grand Hyatt, ຮົງກົງ.

ລາງວັນດັ່ງກ່າວເປັນລາງວັນທຳອິດທີ່ FinanceAsia ມອບໃຫ້ປະເທດລາວ. ລາງວັນ FinanceAsia Achievement Awards ຈັດຂຶ້ນເພື່ອຮັບຮູ້ແລະສະເຫລີມສະຫລອງຜົນສຳເລັດຂອງການລະດົມທຶນຂອງບັນດາບໍລິສັດທີ່ພົ້ນເດັ່ນໃນທະວີບອາຊີ.ໃນພິທີຮັບລາງວັນອັນຊົງກຽດແລະມີຄວາມຫມາຍສຳຄັນໃນຄັ້ງນີ້, ຕາງຫນ້າຜ-ຟຟລແມ່ນນຳໂດຍທ່ານປອ. ບຸນສະຫຼອງສຸດທິດາຣາ, ຮອງຜູ້ອໍານວຍການໃຫຍ່ຜ-ຟຟລ, ພ້ອມດ້ວຍຕາງຫນ້າຈາກທະນາຄານຮ່ວມຈັດຈຳຫນ່າຍຮຸ້ນກູ້ແລະທີ່ປືກສາການເງິນແລະກົດຫມາຍທີ່ມີສ່ວນຮ່ວມເຮັດໃຫ້ການອອກຮຸ້ນກູ້ຂອງຜ-ຟຟລໃນປີ 2018 ໄດ້ຮັບຜົນສຳເລັດຢ່າງຈົບງາມ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)