ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

21/09/2018

CSR · 21/09/2018

ຜ-ຟຟລ ຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ເພື່ອເປັນການປະກອບສ່ວນບັນເທົາຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ໃນວັນທີ 18-19 ກັນຍາ 2018, ສາມອົງການຈັດຕັ້ງມະຫາຊົນຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ ຜະລິດ - ໄຟຟ້າ ລາວ ມະຫາຊົນ (ຜ-ຟຟລ)

ນຳໂດຍ ທ່ານ ທອງເພັດ ດ້ວງເງິນ, ຮອງຜູ້ອໍານວຍການ ໃຫຍ່ ຜ-ຟຟລ, ທ່ານ ໂກມົນຈັນ ເພັດອາສາ ຮອງຜູ້ອໍານວຍການ ໃຫຍ່ ຟຟລ ພ້ອມບໍລິສັດໃນເຄືອໄດ້ ມອບເຄື່ອງອຸກະໂພກ, ບໍລິໂພກ ແລະ ເງິນສົດຈໍານວນ 40 ລ້ານກວ່າກີບ ໃຫ້ແກ່ປະຊາຊົນ 4 ເມືອງ ຄື: ເມືອງ ໄຊທານີ, ເມືອງນາຊາຍທອງ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ແລະ ເມືອງ ທຸລະຄົມ, ແຂວງວຽງຈັນ. ໃຫ້ກຽດເຂົ້າຮ່ວມ ພິທີມອບ-ຮັບ ດັ່ງກ່າວມີ ຄະນະການນຳຂັ້ນເມືອງ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນບ້ານ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)