ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຮ່ວມເຊັນ ບົດບັນທຶກຄວາມເຂົ້າໃຈກັບ ບໍລິສັດ GE International Inc. ກ່ຽວກັບການປະຕິຮູບເຂື່ອນໄຟຟ້າໃຫ້ເປັນລະບົບດິຈິຕອນ

08/11/2018

ຂ່າວ · 08/11/2018

ຜ-ຟຟລ ຮ່ວມເຊັນ ບົດບັນທຶກຄວາມເຂົ້າໃຈກັບ ບໍລິສັດ GE International Inc. ກ່ຽວກັບການປະຕິຮູບເຂື່ອນໄຟຟ້າໃຫ້ເປັນລະບົບດິຈິຕອນ

ໃນວັນທີ 8 ເດືອນພະຈິກ ປີ 2018 ທີ່ ໂຮງແຮມ Crown Plaza, ສະຖານທູດສະຫະລັດອາເມລິກາໄດ້ຈັດງານ “Powering Laos 2018” ເຊິ່ງໃນງານແມ່ນໄດ້ສຳມະນາກ່ຽວກັບການນຳໃຊ້ເຕັກໂນໂລຊີດິຈິຕອນມາປະຕິຮູບກັບການຜະລິດພະລັງງານໄຟຟ້າໃນຮູບແບບຕ່າງໆໃຫ້ເກີດປະສິດທິຜົນຫຼາຍຂຶ້ນ.

ໃນນັ້ນ, ຜ-ຟຟລ ກໍໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດ GE International Inc. ໃນການປະຕິຮູບເຂື່ອນໄຟຟ້າໃຫ້ເປັນລະບົບດິຈິຕອນ. ໂດຍແມ່ນ ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ, ເປັນຜູ້ເຊັນບົດບັນທຶກກັບທາງບໍລິສັດ GE Internation Inc.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)