ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ໄດ້ຮັບຕ້ອນແຂກສະຖາບັນວິທະຍາການຕະຫຼາດທຶນປະເທດໄທທີ່ມາທັດສະນະສຶກສາທີ່ເຂື່ອນໄຟຟ້ານໍ້າງື່ມ-1

26/07/2019

ຂ່າວ · 26/07/2019

ຜ-ຟຟລໄດ້ຮັບຕ້ອນແຂກສະຖາບັນວິທະຍາການຕະຫຼາດທຶນປະເທດໄທທີ່ມາທັດສະນະສຶກສາທີ່ເຂື່ອນໄຟຟ້ານໍ້າງື່ມ-1

ໃນວັນທີ 25 ກໍລະກົດ 2019, ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນຫຼືຜ-ຟຟລໄດ້ຮັບຕ້ອນແຂກທີ່ມາທັດສະນະສຶກສາທີ່ເຂື່ອນໄຟຟ້ານໍ້າງື່ມ-1 ຈຳນວນ 61 ທ່ານທີ່ເປັນນັກສຳມະນາກອນທີ່ເຂົ້າຮ່ວມການອົບຮົບຂອງສະຖາບັນວິທະຍາການຕະຫຼາດທຶນປະເທດໄທ (Capital Market Academy).

ຈຸດປະສົງແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໃນໂຄງການດັ່ງກ່າວໄດ້ສຶກສາຮຽນຮູ້ແລະເຂົ້າໃຈການດໍາເນີນທຸລະກິດຂອງຜ-ຟຟລຍິ່ງຂຶ້ນໂດຍສະເພາະທຸລະກິດກ່ຽວກັບການຜະລິດພະລັງງານໄຟຟ້າ. ຕາງໜ້າບໍລິສັດເພື່ອຕ້ອນຮັບຄະນະດັ່ງກ່າວນຳໂດຍທ່ານສົມໃຈສີຈັນທະລາດ, ຮອງຜູ້ອຳນວຍການເຂື່ອນໄຟຟ້ານໍ້າງື່ມ 1, ແລະບັນດາພະນັກງານຂອງເຂື່ອນແລະສໍານັກງານໃຫຍ່ກໍເຂົ້າຮ່ວມຢ່າງພ້ອມພຽງ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)