ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຮ່ວມມອບເງິນເພື່ອການບູລະນະສ້ອມແປງ ໂຮງຮຽນປະຖົມ ເຂື່ອນໄຟຟ້າແຊລະບຳ

21/09/2019

ຂ່າວ · 21/09/2019

ຜ-ຟຟລ ຮ່ວມມອບເງິນເພື່ອການບູລະນະສ້ອມແປງ ໂຮງຮຽນປະຖົມ ເຂື່ອນໄຟຟ້າແຊລະບຳ

ໃນວັນທີ 19 ກັນຍາ 2019 ທີ່ເຂື່ອນໄຟຟ້າແຊລະບໍາ ໄດ້ມີພິທີມອບ-ຮັບເງິນອຸປະຖຳ ບູລະນະສ້ອມແປງ ໂຮງຮຽນປະຖົມ ເຂື່ອນໄຟຟ້າແຊລະບຳ ແລະ ເຄື່ອງອຸປະໂພກບໍລິໂພກ ລວມມູນຄ່າ 140 ລ້ານກີບ ໃຫ້ກັບໂຮງຮຽນປະຖົມເຂື່ອນໄຟຟ້າແຊລະບໍາ ພ້ອມທັງຄອບຄົວທີ່ອາໄສຢູ່ອ້ອມຂ້າງເຂື່ອນທີ່ໄດ້ຮັບຜົນກະທົບ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທາງພາກໃຕ້ ໃນເດືອນ ກັນຍານີ້  ເຊິ່ງເງິນອຸປະຖຳດັ່ງກ່າວແມ່ນໄດ້ຮັບການສົບທົບຈາກ ກະຊວງພະລັງງານ ແລະ ບໍ່ແຮ່, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ບໍລິສັດ ເອກະຊົນ.

ໃນພິທີ ມອບ-ຮັບ ດັ່ງກ່າວ ໃຫ້ກຽດຕາງຫນ້າມອບໂດຍ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ຕາງຫນ້າຮັບໂດຍ ທ່ານ ສອນສະຫວັນ ສີວິໄລ ເຈົ້າເມືອງ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະພາບໍລິຫານ ຂອງ ຜ-ຟຟລ, ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງແຂວງຈຳປາສັກ, ທ່ານ ນ. ລັດຕະນາ ປະທຸມວັນ ຜູ້ອຳນວຍໃຫຍ່ ຜ-ຟຟລ ແລະ ທ່ານ ຄຳປະເສີດ ເທບປັນຍາ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ. ນອກຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມເຂື່ອນ ແລະ ໂອ້ລົມກັບຊາວບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວ ເພື່ອແບ່ງເບົາຄວາມທຸກໂສກຈາກເຫດການທີ່ເກີດຂຶ້ນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)