ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ໃຫ້ການສະໜັບສະໜູນ ໃນການກໍ່ສ້າງອາຄານຮຽນ ໃຫ້ແກ່ ໂຮງຮຽນ ປະຖົມ ບ້ານ ນາຊູ

09/11/2016

CSR · 09/11/2016

ຜ-ຟຟລ ໃຫ້ການສະໜັບສະໜູນ ໃນການກໍ່ສ້າງອາຄານຮຽນ ໃຫ້ແກ່ ໂຮງຮຽນ ປະຖົມ ບ້ານ ນາຊູ

ໃນວັນທີ 27 ຕຸລາ 2016 ທີ່ຜ່ານມາ, ຜ-ຟຟລ ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນຫຼັງໃຫມ່ ໃຫ້ແກ່ ໂຮງຮຽນ ປະຖົມ ບ້ານ ນາຊູ, ເມືອງ ກາສີ, ແຂວງ ວຽງຈັນ. ອາຄານດັ່ງກ່າວ ໄດ້ນຳໃຊ້ທຶນເປັນ ຈຳນວນ 100,000,000 ກີບ ເຂົ້າໃນການກໍ່ສ້າງ. ອາຄານດ່ັງກ່າວ ຈະໄດ້ນຳໃຊ້ເປັນ ຫ້ອງຮຽນຊັ້ນປະຖົມ, ຊຶ່ງປະກອບມີ 3 ຫ້ອງ, ບັນຈຸ ນັກຮຽນໄດ້ ປະມານ 80 ຄົນ. ໃນພິທີ ດັ່ງກ່າວໄດ້ຮັບກຽດ ເຂົ້າຮ່ວມ ໂດຍ ທ່ານ ຄຳສົດ ເພັດລາວັນ, ເຈົ້າເມືອງ ເມືອງ ກາສີ, ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ທ່ານ ອຳຄາ ແກ້ວຫຼວງໂຄດ, ອຳນວຍ ການ ເຂື່ອນໄຟຟ້ານໍ້າສະນາ. ພ້ອມດ້ວຍ ຄະນະນຳຂັ້ນ ເມືອງ, ບ້ານ, ເຂື່ອນ ແລະ ປະຊາຊົນອ້ອມຂ້າງ ກໍ່ໄດ້ເຂົ້າຮ່ວມ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)