ໃນຂອບເຂດການເສີມສ້າງຄວາມປອດໄພຂອງປະຊາຊົນໃນເຂດທ້າຍເຂື່ອນ ແລະ ການຍົກລະດັບ ການປະສານງານແຈ້ງເຕືອນ, ກົມພະລັງງານ (DOE) ກະຊວງອຸດສາຫະກຳ ແລະ ການຄ້າ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ຄະນະຊ່ຽວຊານສາກົນຈາກໂຄງການ Dam Safety Technical and Institutional Assistance (DSTIA) ໄດ້ຮ່ວມມືກັນດຳເນີນພາລະກິດລົງພື້ນທີ່ສຳຫຼວດຊຸມຊົນທ້າຍເຂື່ອນໄຟຟ້ານ້ຳງື່ມ 1.
ການລົງພື້ນທີ່ຄັ້ງນີ້ ມີຈຸດປະສົງສຳຄັນໃນການຮ່ວມກັນປະເມີນຄວາມພ້ອມຂອງຊຸມຊົນ ແລະ ກົນໄກການຮັບຮູ້ຂໍ້ມູນແຈ້ງເຕືອນລ່ວງໜ້າ ລວມເຖິງການທົບທວນມາດຕະການກຽມພ້ອມຮັບມືໄພພິບັດ ຂັ້ນບ້ານ.
ພາລະກິດລົງພື້ນທີ່ຈະດຳເນີນເປັນ 2 ໄລຍະສຳຄັນຄື: ວັນທີ 26 ສິງຫາ 2026 ລົງພື້ນທີ່ຊຸມຊົນທ້າຍເຂື່ອນໄຟຟ້າ ນ້ຳງື່ມ 1 ແລະ ໃນວັນທີ 31 ສິງຫາ – 1 ກັນຍາ 2026 ລົງພື້ນທີ່ຊຸມຊົນທ້າຍເຂື່ອນໄຟຟ້າ ນ້ຳຄານ 2 ແລະ ນ້ຳຄານ 3.
ການລົງພື້ນທີ່ໄດ້ເນັ້ນການຮ່ວມສົນທະນາ ແລະ ສຳຫຼວດຮ່ວມກັບປະຊາຊົນ, ຄະນະຈັດການໄພພິບັດລະດັບບ້ານ ແລະ ພາກສ່ວນທ້ອງຖິ່ນ.
ປະເດັນສຳຄັນຂອງພາລະກິດ ແມ່ນການປະເມີນວ່າ ປະຊາຊົນໃນເຂດທ້າຍເຂື່ອນສາມາດ ເຂົ້າເຖິງ, ຮັບຮູ້ ແລະ ເຂົ້າໃຈຂໍ້ມູນເຕືອນໄພລ່ວງໜ້າ ໄດ້ຫຼາຍປານໃດ ພ້ອມທັງທົບທວນວິທີການແຈ້ງຂ່າວ ແລະ ການສື່ສານໃນສະຖານະການສຸກເສີນ ການຍົກຍ້າຍ ສິ່ງຂອງ ຊັບສິນ ຜູ້ເຖົ້າ ເດັກນ້ອຍ ສັດ ແລະ ອື່ນໆ ແນວໃດໃນສະຖານະການນ້ຳຖ້ວມ
ນອກຈາກນັ້ນ ຄະນະລົງພື້ນທີ່ໄດ້ທົບທວນມາດຕະການກຽມພ້ອມຮັບມືໄພພິບັດໃນຂັ້ນບ້ານ ລວມເຖິງການລົງກວດສອບ ພື້ນທີ່ປອດໄພ ແລະ ຈຸດອົບພະຍົກ ຮ່ວມກັບຄະນະກໍາມະການໄພພິບັດຂັ້ນບ້ານ ແລະ ປະຊາຊົນໃນພື້ນທີ່ ບັນດາບ້ານທີ່ ຕັ້ງຢູ່ກ້ອງເຂື່ອນໄຟຟ້ານ້ຳງື່ມ 1 ເຂື່ອນໄຟຟ້ານ້ຳຄານ 2 ແລະ ນ້ຳຄານ 3
ການຮ່ວມມືລະຫວ່າງ DOE, ຜ-ຟຟລ ແລະ ຄະນະຊ່ຽວຊານຈາກ (DSTIA) ລັດຖະບານ ນິວຊີແລນ ໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງ ຄວາມປອດໄພເຂື່ອນ, ລະບົບເຕືອນໄພລ່ວງໜ້າ ແລະ ການກຽມພ້ອມຂອງຊຸມຊົນ.
ຜ-ຟຟລ ໃຫ້ຄວາມສຳຄັນຕໍ່ການປະສານງານກັບຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮ່ວມກັນສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມພ້ອມໃນການຮັບມືກັບເຫດການສຸກເສີນ.
ເພາະຄວາມປອດໄພຂອງເຂື່ອນ ບໍ່ແມ່ນພຽງການຄວບຄຸມໂຄງສ້າງ ແຕ່ຍັງໝາຍເຖິງການສ້າງຊຸມຊົນທີ່ຮູ້ຂໍ້ມູນ, ພ້ອມຮັບມື ແລະ ປອດໄພ.



