ຜ-ຟຟລ ຮ່ວມກິດຈະກຳ “ໂຄງການຈິດອາສາໄຟຟ້າລາວ ມອບຄວາມຮູ້ ແລະ ການສຶກສາ”
ວັນທີ 26 ມັງກອນ 2018, ຜ-ຟຟລ ຮ່ວມກັບ ລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດໄຟຟ້າ ນໍ້າງື່ມ3 ພາວເວີ້ ຈຳກັດ ໄດ້ເຂົ້າຮ່ວມ ກິດຈະກຳ “ໂຄງການຈິດອາສາໄຟຟ້າລາວ ມອບຄວາມຮູ້ ແລະ ການສຶກສາ”. ຈຸດປະສົງແມ່ນມອບ ອຸປະກອນການຮຽນ ແລະ ກິລາ ລວມເຖິງອຸປະກອນສ້ອມແປງໂຮງຮຽນ ແລະ ງົບປະມານສ່ວນໜຶ່ງໃຫ້ ໂຮງຮຽນປະຖົມ ບ້ານຊໍ້, ບ້ານກ້ວຍ ແລະ ບ້ານຫຼ້າ, ເມືອງສັງທອງ, ນະຄອນຫຼວງວຽງຈັນ.


