ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ອຸປະຖຳ ການສາຍຮູບເງົາຈໍໃຫຍ່ເພື່ອຄຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ

25/01/2017

CSR · 25/01/2017

ຜ-ຟຟລ ອຸປະຖຳ ການສາຍຮູບເງົາຈໍໃຫຍ່ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ

ທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໃຫ້ກຽດເປັນຕົວແທນບໍລິສັດມອບເງິນອຸປະຖຳ ຈຳນວນ 3.500.000 ກີບ ໃຫ້ແກ່ ກົມຮູບເງົາ, ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃນການສາຍຮູບເງົາຈໍໃຫຍ່ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ວັນທີ 20 ມັງກອນ ຄົບຮອບ 68 ປີ. ການສາຍຮູບເງົາໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານນັກຮົບທົ່ວກົມກອງ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ເຖິງພາລະບົດບາດ, ລວມເຖິງການຊີ້ນຳ ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນປະຕິວັດລາວ ຕະຫຼອດໄລຍະຜ່ານມາ. ເຊິ່ງການອຸປະຖຳໃນຄັ້ງນີ້ ເປັນສ່ວນໜຶ່ງໃນການປະກອບສ່ວນ ແລະ ສະໜັບສະໜູນວຽກງານການເຄື່ອນໄຫວຂອງ ພັກ-ລັດຖະບານ ທີ່ ຜ-ຟຟລ ໄດ້ມີການປະຕິບັດຢ່າງເປັນປະຈໍາ ຕະຫຼອດມາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)