ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຍັງຄົງຢຶດໝັ້ນໃນຫຼັກການດຳເນີນທຸລະກິດ ທີ່ເຕີບໃຫຍ່ຄຽງຄູ່ກັບການພັດທະນາສັງຄົມ ແລະ ຊຸມຊົນຢ່າງຍືນຍົງ. ດ້ວຍຄວາມມຸ່ງໝັ້ນໃນການຊຸກຍູ້ ແລະ ສົ່ງເສີມວຽກງານການສຶກສາໃຫ້ແກ່ເຍົາວະຊົນໃນເຂດຫ່າງໄກ, ຜ-ຟຟລ ໄດ້ຈັດກິດຈະກຳອາສາສະໝັກ ເພື່ອລົງພື້ນທີ່ສ້ອມແປງອາຄານໂຮງຮຽນ ໃຫ້ແກ່ນ້ອງໆນັກຮຽນຢູ່ບ້ານວັງເຮືອ ແລະ ບ້ານປ່າແປກ ເຊິ່ງເປັນບ້ານທີ່ຕັ້ງຢູ່ເທິງ ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເມືອງ ທຸລະຄົມ ແຂວງ ວຽງຈັນ ແລະ ເປັນບ້ານທີ່ຕັ້ງຢູ່ເຂດອ້ອມຂ້າງເຂື່ອນໄຟຟ້ານໍ້າມັງ 3.
ທັງສອງບ້ານດັ່ງກ່າວ ໄດ້ຮັບຜົນກະທົບຈາກລົມພາຍຸ ແລະ ໝາກເຫັບຕົກໃສ່, ເຮັດໃຫ້ຫຼັງຄາຂອງໂຮງຮຽນປະຖົມສົມບູນບ້ານວັງເຮືອ, ໂຮງຮຽນປະຖົມສົມບູນບ້ານປ່າແປກ ແລະ ອາຄານໂຮງຮຽນອະນຸບານບ້ານວັງເຮືອ ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ.
ກິດຈະກຳເພື່ອສັງຄົມໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດ 2026 ໂດຍເປັນການຮ່ວມມືຢ່າງໃກ້ຊິດລະຫວ່າງ ພະແນກສິ່ງແວດລ້ອມ ແລະ ຊຸມຊົນ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ຜ-ຟຟລ ແລະ ພະນັກງານຈາກເຂື່ອນໄຟຟ້ານໍ້າມັງ 3.
ເພື່ອໃຫ້ກິດຈະກຳດັ່ງກ່າວບັນລຸຜົນເປັນຈິງ ແລະ ມີປະສິດທິພາບ, ຄະນະຊາວໜຸ່ມຮາກຖານ ຜ-ຟຟລ ຮ່ວມກັບພະນັກງານເຂື່ອນໄຟຟ້ານໍ້າມັງ 3 ເພື່ອລົງພື້ນທີ່ປະຕິບັດງານຕົວຈິງ.
ແຜນການປະຕິບັດງານໄດ້ແບ່ງອອກເປັນ 2 ມື້ ໂດຍທີມງານອາສາສະໝັກໄດ້ລົງມືສ້ອມແປງອາຄານໂຮງຮຽນຢູ່ບ້ານວັງເຮືອ ແລະ ສືບຕໍ່ໄປປະຕິບັດໜ້າທີ່ສ້ອມແປງອາຄານໂຮງຮຽນຢູ່ບ້ານປ່າແປກ.
ຜ-ຟຟລ ເຊື່ອໝັ້ນວ່າ ສະພາບແວດລ້ອມການຮຽນຮູ້ທີ່ດີ ແມ່ນຈຸດເລີ່ມຕົ້ນສຳຄັນຂອງການສຶກສາທີ່ມີຄຸນນະພາບ. ການລົງພື້ນທີ່ຊ່ວຍເຫຼືອປັບປຸງໂຮງຮຽນໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້ອມແປງໂຄງສ້າງອາຄານເທົ່ານັ້ນ, ແຕ່ຍັງເປັນການມອບຄວາມຮັກ, ຄວາມອົບອຸ່ນ ແລະ ກຳລັງໃຈໃຫ້ແກ່ນ້ອງໆນັກຮຽນ ແລະ ຄູອາຈານ ໃນເຂດອ້ອມຂ້າງເຂື່ອນໄຟຟ້ານໍ້າມັງ 3 ໃຫ້ມີຮອຍຍິ້ມ ແລະ ມີກຳລັງໃຈໃນການຮຽນ-ການສອນ ແລະ ການພັດທະນາຕົນເອງຕໍ່ໄປ.












