ເພື່ອຮັບປະກັນການດຳເນີນທຸລະກິດຜະລິດພະລັງງານໄຟຟ້າໃຫ້ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາວຽກງານສິ່ງແວດລ້ອມ ຢ່າງຕໍ່ເນື່ອງ.
ຫ່ວາງບໍ່ດົນນີ້ ທີມງານວິຊາການຈາກພະແນກສິ່ງແວດລ້ອມ ແລະ ຊຸມຊົນ ຂອງ ຜ-ຟຟລ ໄດ້ລົງປະຕິບັດວຽກງານພາກສະໜາມຮ່ວມກັບ ບໍລິສັດທີ່ປຶກສາ ກໍ່ຄື ບໍລິສັດ ແອວໄອດີອີເອັດໄອເອ ຈໍາກັດຜູ້ດຽວ ຢູ່ບັນດາເຂື່ອນໄຟຟ້າໃນຄວາມຮັບຜິດຊອບ ເປັນຕົ້ນແມ່ນ: ເຂື່ອນໄຟຟ້ານ້ຳຄານ 2-3, ນ້ຳສະນາ, ນ້ຳມັງ 3, ຫ້ວຍລຳພັນໃຫຍ່, ເຊເສດ 1-2, ເຊເສດ 3, ເເຊລະບຳ ແລະ ເຂື່ອນໄຟຟ້ານ້ຳເລີກ.
ການລົງປະຕິບັດວຽກງານໃນຄັ້ງນີ້ໄດ້ສຸມໃສ່ 2 ໜ້າວຽກຫຼັກ ຄື:
1. ວຽກງານສັງຄົມ: ໄດ້ມີການເປີດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນດ້ານເສດຖະກິດ-ສັງຄົມ ນຳອົງການປົກຄອງທ້ອງຖິ່ນ, ພະແນກ/ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ ລວມທັງຄະນະບ້ານທີ່ຢູ່ອ້ອມຂ້າງເຂື່ອນ ເພື່ອຕິດຕາມຜົນກະທົບ ແລະ ສົ່ງເສີມການພັດທະນາຊຸມຊົນຢ່າງເປັນລະບົບ.
2. ວຽກງານສິ່ງແວດລ້ອມ: ທີມງານໄດ້ລົງກວດກາຄຸນນະພາບນ້ຳຢູ່ບໍລິເວນໜ້າເຂື່ອນ ແລະ ທ້າຍເຂື່ອນ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໝ (Horiba U-52G) ເພື່ອວັດແທກຄ່າຕ່າງໆ ເຊັ່ນ: ອຸນຫະພູມ, ຄ່າຄວາມເປັນກົດ-ດ່າງ (pH), ຄວາມຂຸ່ນ ແລະ ປະລິມານອົກຊີໃນນ້ຳ. ນອກຈາກນີ້, ຍັງໄດ້ເກັບກຳຂໍ້ມູນກ່ຽວກັບລົມ ແລະ ສຽງ ຢູ່ບໍລິເວນໂຮງຈັກ ແລະ ເຮືອນພັກພະນັກງານອີກດ້ວຍ.
ຜ-ຟຟລ ຍັງຄົງມຸ່ງໝັ້ນທີ່ຈະເປັນຜູ້ນຳດ້ານພະລັງງານສະອາດ ທີ່ມາພ້ອມກັບຄວາມຮັບຜິດຊອບຕໍ່ສັງຄົມ ແລະ ທຳມະຊາດ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວຢ່າງຍືນຍົງ.





