ວັນທີ 06 ພຶດສະພາ 2026 ທີ່ຕຶກສະຖາບັນໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດການຝຶກອົບຮົມ ຫົວຂໍ້ “ກວດກາພັກ - ກວດກາລັດ ແລະ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ” ໂດຍໄດ້ຮັບກຽດຈາກ ທ່ານ ພຸດທະວັນ ນັນທະວົງ ກຳມະການປະຈຳພັກ, ປະທານຄະນະກວດກາພັກກະຊວງ ແລະ ຫົວໜ້າກົມກວດກາ ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມເປັນປະທານໃນພິທີເປີດ.
ການຝຶກອົບຮົມໃນຄັ້ງນີ້ ມີທ່ານ ສຸກສະຫວາດ ໂສສຸພັນ ຜູ້ອໍານວຍການໃຫ່ຍ ຜ-ຟຟລ ໃຫ້ກຽດຂື້ນກ່າວມີຄຳເຫັນ, ມີບັນດາຜູ້ອຳນວຍການຝ່າຍ, ພະນັກງານ ແລະ ນັກສຳມະນາກອນຂອງ ຜ-ຟຟລ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອຮ່ວມຮັບຟັງແນວທາງ ແລະ ຄວາມຮູ້ດ້ານວຽກງານກວດກາ, ການຕິດຕາມ ແລະ ການສະກັດກັ້ນການສໍ້ລາດບັງຫຼວງ ໃຫ້ມີປະສິດທິພາບ ແລະ ໂປ່ງໃສຫຼາຍຂຶ້ນ.
ຜ-ຟຟລ ເຫັນວ່າ ວຽກງານກວດກາ ແລະ ການກວດສອບ ແມ່ນໜຶ່ງໃນກົນໄກສຳຄັນ ໃນການສ້າງຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ຄວາມເປັນລະບຽບໃນການບໍລິຫານວຽກງານຂອງອົງກອນ.
ພ້ອມນີ້, ການຝຶກອົບຮົມຄັ້ງນີ້ ຍັງເປັນໂອກາດໃຫ້ພະນັກງານ ໄດ້ນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບ ໄປປັບໃຊ້ໃນການປະຕິບັດວຽກງານຕົວຈິງ ເພື່ອໃຫ້ລະບົບການກວດກາ-ກວດສອບ ຂອງ ຜ-ຟຟລ ມີຄວາມຄົບຖ້ວນ ແລະ ທັນສະໄໝຫຼາຍຂຶ້ນ.
ຜ-ຟຟລ ຈະສືບຕໍ່ສົ່ງເສີມ ແລະ ພັດທະນາວຽກງານກວດກາພາຍໃນອົງກອນ ໃຫ້ມີມາດຕະຖານ, ໂປ່ງໃສ ແລະ ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດ ເພື່ອສ້າງອົງກອນທີ່ມີຄຸນນະພາບ ແລະ ຍືນຍົງໃນອະນາຄົດ.
ໃນໂອກາດທີໄດ້ຝຶກອົບຮົມຄັ້ງນີ້ ຄະນະ ຝຶກອົບຮົມ ໄດ້ເຂົ້າຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ີມ 1 ເຊິ່ງເປັນໜຶ່ງໃນບັນດາໂຄງການທີ່ ຜ-ຟຟລ ຄຸ້ມຄອງ ເພື່ອສ້າງຄວາມເຂົ້າໃຈການດຳເນີນທຸລະກິດຂອງ ຜ-ຟຟລ ໃຫ້ຫຼາຍຂຶ້ນ






