ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ–ຟຟລ ຮັບລາງວັນ Best Deal & Solution Awards 2018

26/02/2019

ຂ່າວ · 26/02/2019

ຜ–ຟຟລ ຮັບລາງວັນ Best Deal & Solution Awards 2018

ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ (ຜ-ຟຟລ) ໄດ້ຮັບລາງວັນ Best Deal & Solution Awards 2018, ໃນສາຂາ Best Foreign Currency Sovereign Bond Deal In Southeast Asia 2018 ຫື ການອອກຮຸ້ນກູ້ສະກຸນເງີນຕ່າງປະເທດດີເດັ່ນ ໃນອາຊີຕາເວັນອອກສຽງໃຕ້ ປະຈຳປີ 2018 ເຊິ່ງຈັດໂດຍວາລະສານ Alpha Southeast Asia ເຊິ່ງເປັນວາລະສານຊັ້ນນຳ ທີ່ໄດ້ຮັບຄວາມໜ້າເຊື່ອຖືໃນແວດວົງການເງີນ ຕະຫຼາດທຶນຂອງພູມີພາກອາຊີຕາເວັນອອກສຽງໃຕ້.

ພິທີມອບ-ຮັບລາງວັນດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 21 ກຸມພາ 2018 ໂດຍແມ່ນ ທ່ານ  ຄຳໃບ ຫຼວງໄຊ ຫົວໜ້າພະແນກບັນຊີ ຕາງຫນ້າ ຜ-ຟຟລ ພ້ອມດ້ວຍ ຕາງໜ້າ ຈາກທະນາຄານ ແລະ ບັນດາບໍລິສັດຊັ້ນນຳຈາກປະເທດອາຊີ ລວມ 29 ບໍລິສັດ ຈາກ ອິນໂດເນເຊຍ ໄທ ມາເລເຊຍ ສິງກະໂປ ແລະ ປະເທດລາວ ຮ່ວມຮັບລາງວັນທັງໝົດ 39 ລາງວັນ ໃນຄັ້ງນີ້.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)