ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2025 ຂອງ ຜ-ຟຟລ

06/05/2026

ຂ່າວ · 06/05/2026

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2025 ໃນ ວັນພຸດ, ທີ 29 ເມສາ 2026 ທີ່ຫ້ອງປະຊຸມຊັ້ນ 1, ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ ດຳເນີນດ້ວຍການເປັນປະທານ ໂດຍທ່ານ ທ່ານ ປອ. ອາຄົມເດດ ວົງໄຊ ຮອງປະທານສະພາບໍລິຫານ ຜ-ຟຟລ, ູຄະນະສະພາບໍລິຫານ, ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ, ຄະນະຜູ້ອຳນວຍການ ຜ-ຟຟລ ພ້ອມດ້ວຍ ແຂກ ທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ຊ່ອງທາງການເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ມີ 2 ຮູບບແບບ ຄື: ມາເຂົ້າຮ່ວມດ້ວຍຕົນເອງ ແລະ ແບບຜ່ານທາງອອນລາຍ

ວາລະກອງປະຊຸມທີ່ສຳຄັນປະກອບມີ 9 ວາລະ:

1. ພິຈາລະນາ ແລະ ຮັບຮອງບົດບັນທຶກກອງປະຊຸມປີ 2024.

2. ພິຈາລະນາຮັບຮອງບົດລາຍງານຜົນການດຳເນີນທຸລະກິດ ແລະ ລາຍງານການເງິນຂອງບໍລິສັດ ປະຈຳປີ 2025.

3. ພິຈາລະນາຮັບຮອງ ແຜນການດຳເນີນທຸລະກິດ ປີ 2026.

4. ພິຈາລະນາຮັບຮອງ ການຈ່າຍເງິນປັນຜົນ ປະຈຳປີ 2025

5. ພິຈາລະນາຮັບຮອງ ການງົດຈ່າຍເງິນປັນຜົນການດຳເນີນທຸລະກິດ 6 ເດືອນຕົ້ນປີ

6. ພິຈາລະນາຮັບຮອງ ການແຕ່ງຕັ້ງກໍາມະການສະພາບໍລິຫານ 01 ທ່ານ ທີ່ຄົບອາຍຸການ.

7. ພິຈາລະນາຮັບຮອງ ຄ່າຕອບແທນຂອງສະມາຊິກສະພາບໍລິຫານ.

8. ພິຈາລະນາຮັບຮອງ ການດັດແກ້ກົດລະບຽບບໍລິສັດ (ສະບັບປັບປຸງຄັ້ງທີ 16).

9. ພິຈາລະນາ ແລະ ອະນຸມັດ ການລະດົມທຶນຜ່ານການອອກຮຸ້ນກູ້ ທີ່ຕະຫຼາດຕ່າງປະເທດ.

ມະຕິກອງປະຊຸມແມ່ນ ຖືກຮັບຮອງ ເຫັນດີໝົດທຸກວາລະ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)