ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ແລະ ມະຫາວິທະຍາໄລຊຽງໃໝ່ ສະຫຼຸບຜົນງານການພັດທະນາບຸກຄະລາກອນ ປີ 2025 ແລະ ວາງທິດທາງປີ 2026

17/02/2026

ຂ່າວ · 17/02/2026

ໃນວັນທີ 11 ກຸມພາ 2026 ທີ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ໄດ້ມີການຈັດກອງປະຊຸມລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານພັດທະນາບຸກຄະລາກອນ ປະຈຳປີ 2025 ແລະ ກຳນົດທິດທາງແຜນການ ປະຈຳປີ 2026 ພາຍໃຕ້ໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລຊຽງໃໝ່ (ມຊ.) ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ).

ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ. ດຣ. ວິນິຕາ ບຸນໂຍດົມ, ຮອງອະທິການບໍດີ ມະຫາວິທະຍາໄລຊຽງໃໝ່; ທ່ານ ຕຸລາໄຊ ພັນທະວົງ, ຮອງຫົວໜ້າກົມຈັດຕັ້ງ ກະຊວງອຸດສາຫະກຳ ແລະ ການຄ້າ; ແລະ ທ່ານ ທ່ານ ນາງ ໂພຄິນ ອັບໄພ ຮອງຜູ້ອຳນວຍການໃຫຍ່ ສາຍງານບໍລິຫານ ຜ-ຟຟລ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຊັ່ນ: ກົມຄຸ້ມຄອງວິສາຫະກິດ, ກົມພະລັງງານ, ກົມນະໂຍບາຍ ແຜນພັດທະນາ ແລະ ປະເມິນຜົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ລັດວິສາຫະກິດໄຟຟ້າລາວ.

ໃນວາລະກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມວິດີທັດກ່ຽວກັບປະຫວັດຄວາມເປັນມາ, ວິໄສທັດ ແລະ ຜົນງານສຳຄັນຂອງທັງສອງອົງກອນ ເພື່ອສະແດງໃຫ້ເຫັນເຖິງສັກກະຍະພາບໃນການພັດທະນາບຸກຄະລາກອນຮ່ວມກັນ.

ທ່ານ ນາງ ໂພຄິນ ອັບໄພ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ, ຕິດຕາມດ້ວຍການກ່າວມີຄຳເຫັນຈາກ ທ່ານ ຮສ. ດຣ. ວິນິຕາ ບຸນໂຍດົມ.

ນອກຈາກນັ້ນ, ທ່ານ ທະວີສິດ ຈັນເທຣີ, ຜູ້ອຳນວຍການຝ່າຍບຸກຄະລາກອນ ຜ-ຟຟລ ໄດ້ລາຍງານສະຫຼຸບຜົນການດຳເນີນງານໃນປີ 2025 ແລະ ນຳສະເໜີແຜນການພັດທະນາບຸກຄະລາກອນ ປີ 2026. ໃນໂອກາດນີ້, ທ່ານ ຮສ. ດຣ. ທົງໄຊ ຟອງສະມຸດ, ຄະນະບໍດີຄະນະວິສະວະກຳສາດ ມະຫາວິທະຍາໄລຊຽງໃໝ່ ກໍໄດ້ມີຄຳເຫັນກ່ຽວກັບການດຳເນີນງານພາຍໃຕ້ໂຄງການຮ່ວມມືດັ່ງກ່າວ.

ຈຸດສຳຄັນຂອງງານແມ່ນ ພິທີລົງນາມແຜນຈັດຕັ້ງປະຕິບັດວຽກງານພັດທະນາບຸກຄະລາກອນ ປະຈຳປີ 2026 ລະຫວ່າງ ມະຫາວິທະຍາໄລຊຽງໃໝ່ ແລະ ຜ-ຟຟລ ເພື່ອເປັນບ່ອນອີງໃນການຮ່ວມມືຕໍ່ໄປໃນອະນາຄົດ. ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ໂດຍມີການຖ່າຍພາບຮ່ວມກັນ ແລະ ຮັບປະທານອາຫານທ່ຽງເພື່ອສ້າງຄວາມສາມັກຄີຮັດແໜ້ນລະຫວ່າງສອງອົງກອນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)