ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຟຟລ ແລະ ຜ-ຟຟລ ເປັນເຈົ້າພາບການຝຶກອົບຮົມ ວຽກງານຄຸ້ມຄອງ ແລະ ການບຳລຸງຮັກສາເຂື່ອນ

07/03/2017

ຂ່າວ · 07/03/2017

ຟຟລ ແລະ ຜ-ຟຟລ ເປັນເຈົ້າພາບການຝຶກອົບຮົມ ວຽກງານຄຸ້ມຄອງ ແລະ ການບຳລຸງຮັກສາເຂື່ອນ

ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ເປັນເຈົ້າພາບຈັດການຝຶກອົບຮົມ ວຽກງານຄຸ້ມຄອງ ແລະ ການບຳລຸງຮັກສາເຂື່ອນ ໃນລະຫ່ວາງວັນທີ 27 ກຸມພາ ຫາ 2 ມີນາ 2017 ທີ່ນະຄອນຫຼວງວຽງຈັນ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນເປັນການຮ່ວມມືກັບ Tenaga Nasional Berhad, ເຊິ່ງເປັນໜຶ່ງໃນບໍລິສັດໄຟຟ້າ ຂອງປະເທດມາເລເຊຍ, ໂດຍມີຜູ້ເຂົ້າຮ່ວມ ທັງໝົດ 26 ທ່ານ ຈາກລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ຕົວແທນຈາກ ບໍລິສັດໄຟຟ້າ Sarawak Energy Berhad ປະເທດ ມາເລເຊຍ.

ງານດັ່ງກ່າວໄດ້ດຳເນີນເປັນເວລາ 4 ວັນ ເຊິ່ງຄູຝຶກແມ່ນ ມາຈາກປະເທດມາເລເຊຍ ແລະ ບົດຮຽນທີ່ໄດ້ນຳມາສົນທະນາກັນ ແລະ ປ່ຽນຄວາມຮູ້ກັນໃນຄັ້ງນີ້ ປະກອບດ້ວຍ ການທົບທວນຄືນ ວຽກງານກ່ຽວກັບ ພະລັງງານນ້ຳ, ສ່ວນປະກອບສຳຄັນ ແລະ ລະບົບຂອງ ເຂື່ອນໄຟຟ້າພະລັງນ້ຳຂະໜາດໃຫຍ່ ເຊິ່ງລວມມີ ໂຄງສ້າງດ້ານວິສະວະກຳ ແລະ ລະບົບການຈັດການເຂື່ອນ, ການດຳເນີນງານການຜະລິດ ແລະ ອື່ນໆ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)