ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຟຟລ ແລະ ຜ-ຟຟລ ມອບອຸປະກອນການແພດ ແລະ ຢາປົວພະຍາດ ໃຫ້ແກ່ ບ້ານພູຊ້າງ ເມືອງ ຊຽງເງິນ ແຂວງ ຫຼວງພະບາງ

12/09/2016

CSR · 12/09/2016

ຟຟລ ແລະ ຜ-ຟຟລ ມອບອຸປະກອນການແພດ ແລະ ຢາປົວພະຍາດ ໃຫ້ແກ່ ບ້ານພູຊ້າງ ເມືອງ ຊຽງເງິນ ແຂວງ ຫຼວງພະບາງ

ໃນວັນທີ 07 ກັນຍາ 2016 ທີ່ຫ້ອງປະຊຸມຂອງຫ້ອງການສາທາລະນະສຸກ, ເມືອງຊຽງເງິນ, ແຂວງຫລວງພະບາງ ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເຄື່ອງອຸປະກອນການແພດ ພ້ອມດ້ວຍຢາປົວພະຍາດຈຳນວນໜຶ່ງ ແລະ ເຄື່ອງຈັກປັ່ນໄຟຟ້າ ໃຫ້ກັບ ສຸກສາລາ ບ້ານພູຊ້າງ, ເມືອງຊຽງເງິນ, ແຂວງ ຫລວງພະບາງ ຊຶ່ງເປັນບ້ານຈັດສັນຂອງ ເຂື່ອນໄຟຟ້ານໍ້າຄານ 2 ແລະ ໄດ້ຮັບຜົນກະທົບທາງອ້ອມຈາກໄພພິບັດຈາກທຳມະຊາດ ຄືດິນເຈື່ອນຖົມທາງເຂົ້າບ້ານ. ຕາງໜ້າມອບໂດຍ ທ່ານ ນ. ສຸກສັນ ພົງພິລາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ກ່າວຮັບໂດຍ ທ່ານ ດຣ. ສົມຫວັງ ດວງອາວອນ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ແລະ ມີ ທ່ານ ທອງພັນ ທອງສາ  ຜູ້ອຳນວຍການເຂື່ອນໄຟຟ້າ ນໍ້າຄານ 2  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຂີພະຍານໃນພິທີມອບດັ່ງກ່າວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)