ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ກັບ ໂຮງຮຽນປະຖົມ 2 ແຫ່ງ

13/11/2023

ຂ່າວ · 13/11/2023

ໃນລະຫວ່າງວັນທີ 07-08 ພະຈິກ 2023 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ກັບ ໂຮງຮຽນປະຖົມ 2 ແຫ່ງ ທີ່ເມືອງກາສີ, ແຂວງ ວຽງຈັນ ຄື: ໂຮງຮຽນ ປະຖົມບ້ານ ນໍ້າພົດ ແລະ ໂຮງຮຽນປະຖົມບ້ານ ນາຊູ, ໂດຍມີ ຜູ້ອຳນວຍການເຂື່ອນ ໄຟຟ້ານໍ້າສະນາ ແລະ ພະແນກສິ່ງແວດລ້ອມ ເປັນຜູ້ຕາງໜ້າມອບໃນຄັ້ງນີ້.

ອຸປະກອນທີ່ນຳໄປມອບປະກອບມີ: ຊຸດອຸປະກອນການຮຽນ (ປຶ້ມ,ບິກ,ສໍ), ອຸປະກອນກິລາ (ໝາກບານ, ກະຕໍ້, ໄມ້ຕີດອກ), ເຄື່ອງກອງນໍ້າສະອາດ ແລະ ພັດລົມແຂວນຝາ ເພື່ອຕິດຕັ້ງໃນຫ້ອງຮຽນ ລວມມູນຄ່າທັງໝົດ 29.980.000 ກີບ.
ການມອບອຸປະກອນການຮຽນ ແລະ ອຸປະກອນກິລາໃນຄັ້ງນີ້ ແມ່ນເປັນກິດຈະກໍາໜຶ່ງ ທີ່ຈັດຂຶ້ນເປັນປະຈໍາ ໂດຍຄຽງຄູ່ກັບ ການດຳເນີນທຸລະກິດ ຜະລິດພະລັງງານໄຟຟ້າ ຂອງ ຜ-ຟຟລ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)