ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດກອງປະຊຸມວິສາມັນ ຜູ້ຖືຮຸ້ນຄັ້ງທີ 1 /2021

04/03/2021

ຂ່າວ · 04/03/2021

ຜ-ຟຟລ ຈັດກອງປະຊຸມວິສາມັນ ຜູ້ຖືຮຸ້ນຄັ້ງທີ 1 /2021

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມວິສາມັນຜູ້ຖືຮຸ້ນຄັ້ງທີ 1/2020 ໃນວັນທີ 3 ມີນາ 2021 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງປະທານສະພາບໍລິຫານ ຜ-ຟຟລ, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນ. ຈຸດປະສົງສຳຄັນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ ພິຈາລະນາ ແລະ ຮັບຮອງບົດບັນທຶກກອງປະຊຸມວິສາມັນຜູ້ຖືຮຸ້ນ ຄັ້ງທີ 1/2020 ແລະ ວາລະທີ 2 ແມ່ນ ພິຈາລະນາ ແລະ ອານຸມັດການຊອກຫາແຫຼ່ງທຶນ ໂດຍຜ່ານການອອກຈຳໜ່າຍຮຸ້ນກູ້ ແລະ/ຫຼື ການກູ້ຢືມເງີນຈາກສະຖາບັນການເງີນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)