ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ສືບຕໍ່ຍູ້ແຮງການຫັນອົງກອນເປັນລະບົບທີ່ທັນສະໄໝ ຜ່ານ “ໂຄງການຮ່ວມມືທາງດ້ານການພັດທະນາບຸກຄະລາກອນ ລະຫວ່າງ ມະຫາວິທະຍາໄລຊຽງໃໝ່ (ມຊ) ແລະ ຜ-ຟຟລ” ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຖັນແຖວພະນັກງານວິຊາການໃນການຄຸ້ມຄອງ ແລະ ຜະລິດພະລັງງານໄຟຟ້າຢ່າງມີປະສິດທິພາບ.
ຄວາມກ້າວໜ້າ ແລະ ຜົນງານທີ່ພົ້ນເດັ່ນໃນປີ 2025: ນັບຕັ້ງແຕ່ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໃນວັນທີ 28 ກຸມພາ 2025 ລະຫວ່າງ ທ່ານ ດາວວຽງ ສຸນນັນທະລາດ ຕາງໜ້າ ຜ-ຟຟລ ແລະ ທ່ານ ພົງຣັກ ສີບັນດິດມົງຄົນ ຕາງໜ້າ ມະຫາວິທະຍາໄລຊຽງໃໝ່, ທັງສອງຝ່າຍໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ເຊິ່ງປະກອບດ້ວຍ:
• ການຍົກລະດັບວິຊາການ: ໄດ້ຈັດຝຶກອົບຮົມໃນຫົວຂໍ້ "Water Management and Reservoir Operation for Hydropower Production in Laos Phase 1" ເພື່ອເພີ່ມທັກສະການຄຸ້ມຄອງນ້ຳ ແລະ ອ່າງເກັບນ້ຳ. ນອກຈາກນີ້, ຍັງໄດ້ມີການແລກປ່ຽນບົດຮຽນກ່ຽວກັບລະບົບ Remote Control ຢູ່ເຂື່ອນໄຟຟ້າແມ່ງັດ, ຈັງຫວັດຊຽງໃໝ່.
• ການຫັນເປັນທັນສະໄໝດ້ວຍ IoT ແລະ AI: ພະນັກງານ ຜ-ຟຟລ ໄດ້ຮຽນຮູ້ພື້ນຖານການນຳໃຊ້ Internet of Things (IoT) ເຂົ້າໃນວຽກງານເຂື່ອນໄຟຟ້າ, ເຊິ່ງລວມມີການນຳໃຊ້ Sensor, ການເກັບຂໍ້ມູນໃນ Cloud ແລະ ການນຳໃຊ້ Artificial Intelligence (AI) ເຂົ້າມາຄາດການຂໍ້ມູນເພື່ອການບຳລຸງຮັກສາເຂື່ອນ.
• ການສະໜັບສະໜູນທຶນການສຶກສາ: ໃນປີ 2025, ຜ-ຟຟລ ໄດ້ມອບທຶນການສຶກສາລະດັບປະລິນຍາໂທ ຢູ່ ມະຫາວິທະຍາໄລຊຽງໃໝ່ ໃຫ້ແກ່ພະນັກງານຈຳນວນ 02 ທຶນ. ພ້ອມກັນນີ້, ຍັງໄດ້ຮັບການເຫັນດີສະໜັບສະໜູນທຶນການສຶກສາຕື່ມອີກ 02 ທຶນຕໍ່ປີ ຈາກການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT).
ທິດທາງ ແລະ ແຜນດຳເນີນງານປີ 2026: ເຖິງວ່າຍັງມີຂໍ້ຈຳກັດບາງດ້ານໃນການເລີ່ມຕົ້ນປີທຳອິດ, ແຕ່ຜົນການຈັດຕັ້ງປະຕິບັດຕົວຈິງໃນບາງດ້ານແມ່ນເກີນແຜນການທີ່ວາງໄວ້. ສຳລັບປີ 2026, ຜ-ຟຟລ ມີແຜນທີ່ຈະຂະຫຍາຍການຮ່ວມມືໃຫ້ກວ້າງຂວາງຂຶ້ນ ໂດຍຕັ້ງເປົ້າໝາຍເພີ່ມກິດຈະກຳການພົບປະຂອງຄະນະຜູ້ບໍລິຫານ, ການແລກປ່ຽນວິຊາການ ແລະ ການຝຶກອົບຮົມໃຫ້ຫຼາຍຂຶ້ນກວ່າເກົ່າ (ເພີ່ມຂຶ້ນ 175% ເມື່ອທຽບໃສ່ປີ 2025) ເພື່ອຮັບປະກັນວ່າບຸກຄະລາກອນຂອງພວກເຮົາຈະມີຄວາມຮູ້ຄວາມສາມາດໃນລະດັບສາກົນ.
ຜ-ຟຟລ ມຸ່ງໝັ້ນພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ.



