ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ (ຜ-ຟຟລ) ຈັດກອງປະຊຸມວິສາມັນຜູ້ຖືຮຸ້ນ ຄັ້ງທີ 01 ປະຈຳປີ 2025 ໃນວັນທີ 31 ມີນາ 2025 ທີ່ຫ້ອງປະຊຸມຊັ້ນ 01 ສຳນັກງານ ໃຫຍ່ລັດວິສາຫະກິດໄຟຟ້າລາວ
ກອງປະຊຸມຈັດຂຶ້ນເປັນ 02 ລະບົບຄື: ລະບົບແບບເຊິ່ງໜ້າ ແລະ ແບບລະບົບອອນລາຍ
ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ, ປະທານສະພາບໍລິຫານ ຜ-ຟຟລ, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງ ທັງໝົດ 4 ວາລະ ປະກອບດ້ວຍ:
ວາລະທີ 1: ພິຈາລະນາ ແລະ ຮັບຮອງບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2023
ວາລະທີ 2: ພິຈາລະນາ ແລະ ຮັບຮອງການແຕ່ງຕັ້ງຄະນະສະພາບໍລິຫານ ຜ-ຟຟລ ຊຸດໃຫມ່
ວາລະທີ 3: ພິຈາລະນາ ແລະ ຮັບຮອງການດັດແກ້ກົດລະບຽບບໍລິສັດ ມາດຕາ 9 ວ່າດ້ວຍກຳມະການ ແລະ ມາດຕາ 12 ວ່າດ້ວຍສະພາບໍລິຫານ
ວາລະທີ 4: ພິຈາລະນາ ແລະ ຮັບຮອງການແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ຜູ້ໃຫມ່ເພື່ອປ່ຽນແທນຜູ້ເກົ່າ ແລະ ຮອງ ຜູ້ອຳນວຍການໃຫຍ່ ຜ-ຟຟລ ຈຳນວນ 04 ທ່ານ
ຜົນຂອງກອງປະຊຸມແມ່ນເປັນໄປຕາມເປົ້າຫມາຍ.










