ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ເຂື່ອນໄຟຟ້ານ້ຳງື່ມ -1 ສົ່ງເສີມການອະນຸລັກສັດນໍ້າ

13/07/2021

CSR · 13/07/2021

ເຂື່ອນໄຟຟ້ານ້ຳງື່ມ -1 ສົ່ງເສີມການອະນຸລັກສັດນໍ້າ

ເຂື່ອນໄຟຟ້ານ້ຳງື່ມ -1 ຮ່ວມພິທີສະເຫລີມສະຫລອງວັນປ່ອຍປາ, ອະນຸລັກ ສັດນ້ຳ ແລະ ສັດປ່າ ວັນທີ 13 ກໍລະກົດ 2021 ໂດຍການຮ່ວມສົມທົບ ລະຫວ່າງອົງການປົກຄອງເມືອງ ແກ້ວອຸດົມ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແກ້ວອຸດົມ, ເຂື່ອນໄຟຟ້ານ້ຳງື່ມ -1 ແລະ ອົງການປົກຄອງທ້ອງຖິ່ນບ້ານໃກ້ຄຽງຂອງເມືອງ ແກ້ວອຸດົມ ແຂວງວຽງຈັນ

ເຂື່ອນໄຟຟ້ານ້ຳງື່ມ -1 ປະກອບສ່ວນແນວພັນປາ ຈໍານວນ 10,000 ໂຕ ແກ່ອໍານາດການປົກຄອງແຂວງວຽງຈັນ ເພື່ອປ່ອຍລົງສູ່ແມ່ນໍ້າງື່ມ ທ້າຍເຮືອນຈັກຂອງເຂື່ອນໄຟຟ້ານ້ຳງື່ມ-1, ທີ່ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ພ້ອມກັບ ສູນຜະລິດແນວພັນປາ ແຂວງວຽງຈັນ ສົມທົບ ແນວພັນປາຈໍານວນ 10,000 ໂຕ ແລະ ບໍລິສັດບົວລະພາສົມທົບ ແນວພັນປາຈໍານວນ 10,000 ໂຕ ລວມທັງໝົດ 30,000 ໂຕ ເພື່ອປ່ອຍລົງສູ່ສາຍນໍ້າງື່ມ ເນື່ອງໃນວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ 13 ກໍລະກົດ 2021.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)