ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ເຂື່ອນ ໄຟຟ້າ ນ້ຳງື່ມ -1 ​ເຜີຍ​ແຜ່ ຄວາມເຂົ້າໃຈ ການບໍລິຫານຈັດການນ້ຳ​ໃນ​ລະດູ​ແລ້ງ

13/11/2019

ຂ່າວ · 13/11/2019

ເຂື່ອນ ໄຟຟ້າ ນ້ຳງື່ມ -1 ​ເຜີຍ​ແຜ່ ຄວາມເຂົ້າໃຈ ການບໍລິຫານຈັດການນ້ຳ​ໃນ​ລະດູ​ແລ້ງ

ໃນວັນທີ 7 ພະຈິກ ປີ 2019 ທ່ານ ສີລິພົມ ແສງອ່ອນແກ້ວ ອຳນວຍການເຂື່ອນ ໄຟຟ້ານ້ຳງື່ມ -1 ໄດ້​ລົງ​ປະ​ຊາ​ສຳ​ພັນ ກ່ຽວ​ກັບ ວຽກ​ງານ​ບໍ​ລິ​ຫານ ຈັດ​ການ​ນ້ຳ ຂອງ​ເຂື່ອນ ໄຟ​ຟ້າ​ນ້ຳ​ງື່ມ ໃນ​ໄລ​ຍະ​ລະ​ດູ​ແລ້ງ ທີ່ສະໂມສອນສຶກສາເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ຈຸດ​ປະ​ສົງຫຼັກ​ຂອງ​ການເພື່ອເຜີຍ​ແຜ່ ກໍເພື່ອ ໃຫ້ອຳນາດການປົກຄອງ ບັນດາບ້ານ ທີ່ຂຶ້ນກັບເມືອງ ໄຊທານີ ຮັບຮູ້ ກ່ຽວກັບສະພາບການບົກແຫ້ງຫຼາຍຂອງສາຍນ້ຳງື່ມ ເມື່ອ​ສົມ​ທຽບ​ໃສ່ຮອບຫຼາຍປີທີ່​ຜ່ານ​ມາ. ​ເຂົ້າ​ຮ່ວມ​ໃນກອງ​ປະ​ຊຸມ ເຜີຍ​ແຜ່​ຄັ້ງ​ນີ້ ມີ​ບັນ​ດາ ການ​ນຳ​ເມືອງ ໄຊ​ທາ​ນີ ບັນດານາຍບ້ານ ແລະ ປະຊາຊົນ ພ້ອມດ້ວຍນ້ອງໆນັກຮຽນພາຍໃນເມືອງ ໄຊທານີ. ມາຮອດປະຈຸບັນເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ເດີນເຄື່ອງຈັກພຽງໜ່ວຍດຽວ ມີກຳລັງຕິດຕັ້ງ 17,5 ເມກາວັດ ຈາກທັງໝົດ 7 ເຄື່ອງຈັກ, ລະດັບນ້ຳງື່ມ ໃນວັນທີ 13 ພະຈິກ ປີ 2019 ຢູ່ທີ່ 206,81 ແມັດ ທຽບໃສ່ລະດັບໜ້ານ້ຳທະເລ ປະລິມານນ້ຳໃນອ່າງປະມານ 5300 ລ້ານແມັດກ້ອນ ຫຼື່ ເທົ່າກັບ 74,67 ສ່ວນຮ້ອຍ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)