ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ແຈ້ງວາລະກອງປະຊຸມ, ວັນ-ເວລາ, ສະຖານທີ່ຈັດກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2019 ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ.

07/05/2020

ຂ່າວ · 07/05/2020

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) - ແຈ້ງວາລະກອງປະຊຸມ, ວັນ-ເວລາ, ສະຖານທີ່ຈັດກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2019 ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ.

ບໍລິສັດ ​ຜະລິດ​-​ໄຟຟ້າ​ລາວ ມະຫາຊົນ (ຜ-ຟຟລ) ຂໍ​ຖື​​ເປັນ​ກຽດ ແຈ້ງມາຍັງທ່ານເພື່ອຊາບດັ່ງນີ້:

  1. ກຳນົດວາລະກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2019, ມີລາຍລະອຽດດັ່ງນີ້:

ວາລະທີ 1:      ລາຍ​ງານ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສາມັນ​ຜູ້​ຖື​ຮຸ້ນ​ປະຈຳ​ປີຜ່ານມາ.

ວາລະ​ທີ 2:      ພິຈາລະນາ  ແລະ ຮັບຮອງບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2018.

ວາລະທີ 3:     ພິຈາລະນາ ​ແລະ ຮັບຮອງລາຍ​ງານ​ການ​​ເງິນ 6 ​ເດືອນ​ຕົ້ນປີ 2019 ​ແລະ ການບໍ່ຈ່າຍເງິນປັນ

ຜົນຈາກການດຳເນີນທຸລະກິດ 6 ເດືອນຕົ້ນປີ 2019.

ວາລະທີ 4:     ພິຈາລະນາ ແລະ ຮັບຮອງບົດລາຍງານຜົນການດຳເນີນທຸລະກິດຂອງ​ບໍລິສັດ ປີ 2019

ລວມທັງ​ລາຍ​ງານ​ການ​ເງິນ​ຂອງ​ບໍລິສັດ ປີ 2019 ແລະ ແຜນການດໍາເນີນທຸລະກິດຂອງ

ບໍລິສັດປີ 2020.

ວາລະທີ 5:    ພິຈາລະນາ  ແລະ ອະນຸມັດການຈ່າຍເງິນປັນຜົນ ຈາ​ກຜົນ​ການ​ດຳ​ເນີນ​ທຸລະ​ກິດ 6 ​ເດືອນ​

ທ້າຍປີ 2019.

ວາລະທີ 6:     ພິຈາລະນາ  ແລະ ອະນຸມັດການ​ແຕ່ງຕັ້ງຜູ້ກວດສອບບັນຊີພາຍ​ນອກ ແລະ ການກຳນົດຄ່າ

ຈ້າງຂອງຜູ້ກວດສອບບັນຊີພາຍ​ນອກ ປີ 2020-2022.

ວາລະທີ 7:    ພິຈາລະນາ  ແລະ ອະນຸມັດ​ເບ້ຍ​ປະຊຸມ​ສະພາ​ບໍລິຫານ, ກອງ​​ເລຂາ​ສະພາ​ບໍລິຫານ, ​ແລະ ​

ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ບໍລິຫານ.

ວາລະທີ 8:      ພິຈາລະນາ  ແລະ ຮັບຮອງ​ເອົາ​ສະພາ​ບໍລິຫານ​ຊຸດ​ໃໝ່ ​ເພື່ອ​ປ່ຽນ​ແທນ​ສະພາ​ບໍລິຫານ​ຊຸ​ດ​ເກົ່າ

ທີ່​ຄົບ​ອາຍຸ​ການ.

ວາລະ​ທີ 9:      ພິຈາລະນາ ​ແລະ ອະນຸມັດ​ການ​ດັດ​ແກ້​ກົດ​ລະບຽບ ຂອງ​ບໍລິສັດ ມາດຕາ 4 ວ່າ​ດ້ວຍ​ທີ່​ຕັ້ງ​ສຳນັກງານ​ໃຫຍ່ ​ແລະ ສາຂາ, ມາດຕາ 09 ວ່າ​ດ້ວຍ ຜູ້                     ອຳນວຍການ ​ແລະ ມາດຕາ 12 ວ່າ​ດ້ວຍ​ສະພາ​ບໍລິຫານ.

​​ແລະ    (1) ມອບ​ອຳ​ນາດ​ໃຫ້​ຜູ້​ອຳ​ນວຍ​ການ​ໃຫຍ່ ຫຼື ບຸກ​ຄົນ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ບຸກ​ຄົນ​ດັ່ງ​ກ່າວ  ເປັນ​ຜູ້​ມີ​ອຳ​ນາດ​ໃນ​ການ​ກຳ​ນົດ​ລາຍ​ລະ​ອຽດ ແລະ ເງື່ອນ​ໄຂ​ຕ່າງໆ​ທີ່​ຈຳ​ເປັນ ກ່ຽວ​ກັບ​ການ​ກະ​ກຽມ​ເປີດກອງ​ປະ​ຊຸມ​ສາ​ມັນ​ຜູ້​ຖື​ຮຸ້ນ ປະ​ຈຳ​ປີ 2019 ໄດ້​ທຸກ​ປະ​ການ, ລວມ​ທັງ​ໃຫ້​ມີ​ອຳ​ນາດ​ໃນ​ການ​ດຳ​ເນີນ​ການ​ໃດ​ໜຶ່ງ ອັນ​ຈຳ​ເປັນ ລວມ​ທັງ​ການ​ກະ​ກຽມ​ເອ​ກະ​ສານ​ຕ່າງໆ ແລະ ດຳ​ເນີນ​ການ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ ແລະ ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ; ​ແລະ

(2) ກຳ​ນົດ​ຜູ້​ຕາງ​ໜ້າ​ຜູ້​ຖື​ຮຸ້ນ​ໃນ​ການ​ຮັບ​ໃບ​ມອບ​ສັນ​ທະຄື: ທ່ານ ຮ​ສ. ປອ. ກອງສີ ແສງ​ມະ​ນີ, ທ່ານ ສ​ຈ. ປອ. ຄຳ​ລື​ຊາ ນວນ​ສະ​ຫວັນ ແລະ ທ່ານ ຮ​ສ. ຄຳ​ເຜີຍ ພົມ​ມະ​ຈັນ ສະ​ມາ​ຊິກ​ສະ​ພາ​ບໍ​ລິ​ຫານ​ອິດ​ສະຫຼະ ເປັນ​ຜູ້​ຮັບ​ມອບ​ສັນ​ທະ​ຈາກ​ຜູ້​ຖື​ຮຸ້ນ.

2. ກຳນົດວັນປະຊຸມ​ສາມັນ​ຜູ້​ຖື​ຮຸ້ນ​ປະຈຳ​ປີ 2019 ​ໃນ​ວັນ​ທີ 29 ພຶດສະພາ 2020 ​ເວ​ລາ 15:00 ​ໂມງ ທີ່​ຫ້ອງ​ປະຊຸມ​ຊັ້ນ 1, ອາຄານ​ສຳນັກງານ​ໃຫຍ່​ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​                        ລາວ, ຖະໜົນ​ມິດຕະພາບ​ລາວ-​ໄທ, ບ້ານ​ທົ່ງ​ກາງ, ​ເມືອງ​ສີ​ສັດຕະ​ນາກ, ນະຄອນຫຼວງ​ວຽງ​ຈັນ. ແລະ ມອບອຳນາດໃຫ້ຜູ້ອຳນວຍການໃຫຍ່ ແລະ/ຫຼື ຜູ້ທີ່ໄດ້ຮັບມອບ  ໝາຍຈາກຜູ້                    ອຳນວຍການໃຫຍ່ ເປັນຜູ້ມີອຳນາດພາຍໃຕ້ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໃນການແກ້ໄຂ ວັນ-ເວລາ ແລະ ສະຖານທີ່ປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2019.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ.

ຮຽນ​ມາດ້ວຍ​ຄວາມ​ນັບຖື​,

      ຜູ້ອຳນວຍການໃຫຍ່

ລາຍລະອຽດຕາມເອກະສານຄັດຕິດ Link ດັ່ງນີ້: http://lsxdisclosure.com.la/index.php?r=site/ViewInfoApprovedByID&id=916


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)