ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດຝຶກອົບຮົມໃນ ຫົວຂໍ້ “ການເປັນພິທີກອນມືອາຊີບ” ເພື່ອຍົກລະດັບທັກສະການສື່ສານ ແລະ ການປະຊາສຳພັນ

25/05/2026

ຂ່າວ · 25/05/2026

ໃນວັນທີ 19-20 ພຶດສະພາ 2026 ທີ່ ຕຶກສະຖາບັນ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ຈັດການຝຶກອົບຮົມພາຍໃນ ພາຍໃຕ້ຫົວຂໍ້ “ການເປັນພິທີກອນມືອາຊີບ” ເພື່ອເສີມສ້າງຄວາມຮູ້, ທັກສະ ແລະ ສັກກະຍະພາບດ້ານການສື່ສານ ແລະ ວຽກງານປະຊາສຳພັນຢ່າງມືອາຊີບ, ສຳລັບການຝຶກໃນຄັ້ງນີ້ໄດ້ຮັບກຽດຈາກ ທ່ານ ສັງຂານ ຈູມຄຳພັນ ອະດີດຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ທ່ານ ນາງ ສຸນິຕ້າ ພິມມະສອນ ນັກຂຽນ ແລະ ຄູຝຶກພິທີກອນ ຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມເປັນວິທະຍາກອນຝຶກໃຫ້ແກ່ພະນັກງານຂອງ ຜ-ຟຟລ.

ໃນພິທີເປີດ, ທ່ານ ນາງ ໂພຄິນ ອັບໄພ ຮອງຜູ້ອໍານວຍການໃຫຍ່ ສາຍງານບໍລິຫານ EDL-Gen, ໄດ້ກ່າວເນັ້ນວ່າ ການເປັນພິທີກອນ ຫຼື ຜູ້ດຳເນີນລາຍການ ເປັນອີກໜຶ່ງທັກສະສຳຄັນ ໃນວຽກງານສື່ສານຂອງອົງກອນ ເຊິ່ງພິທີກອນທີ່ດີ ບໍ່ພຽງແຕ່ມີຄວາມສາມາດໃນການເວົ້າ ຫຼື ນຳສະເໜີເທົ່ານັ້ນ ແຕ່ຍັງຕ້ອງມີບຸກຄະລິກກະພາບທີ່ເໝາະສົມ, ມີໄຫວພິບ ແລະ ສາມາດແກ້ໄຂສະຖານະການສະເພາະໜ້າໄດ້ຢ່າງມືອາຊີບ.

ການຈັດອົບຮົມໃນຄັ້ງນີ້ ບໍ່ພຽງແຕ່ເປັນການພັດທະນາບຸກຄະລາກອນຂອງ ຜ-ຟຟລ ໃຫ້ມີຄວາມພ້ອມຫຼາຍຂຶ້ນໃນວຽກງານການສື່ສານ ແລະ ພິທີການ ແຕ່ຍັງເປັນການກະກຽມຄວາມພ້ອມ ເພື່ອຮອງຮັບການຈັດກອງປະຊຸມ ແລະ ງານສຳຄັນຕ່າງໆ ຂອງບໍລິສັດ ທັງພາຍໃນ ແລະ ພາຍນອກ

ການຝຶກອົບຮົມ “ການເປັນພິທີກອນມືອາຊີບ” ຖືເປັນອີກໜຶ່ງກິດຈະກຳສຳຄັນ ທີ່ສະທ້ອນໃຫ້ເຫັນເຖິງວິໄສທັດຂອງ ຜ-ຟຟລ ໃນການລົງທຶນພັດທະນາບຸກຄະລາກອນ ເພື່ອຍົກລະດັບມາດຕະຖານການສື່ສານ ແລະ ສ້າງພາບລັກອົງກອນໃຫ້ມີຄວາມເປັນມືອາຊີບຫຼາຍຂຶ້ນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)