ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ນຳພາທະນາຄານທຸລະກິດ ແລະ ບໍລິສັດຫຼັກຊັບ ເຂົ້າຢ້ຽມຢາມ ເຂື່ອນໄຟຟ້າຂອງ ຜ-ຟຟລ ປະຈຳປີ 2025

13/12/2025

ຂ່າວ · 13/12/2025

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ນໍາພາບັນດາທະນາຄານທຸລະກິດ ແລະ ບໍລິສັດຫຼັກຊັບ ຈຳນວນ 6 ພາກສ່ວນ ເຂົ້າຢ້ຽມຢາມ ເຂື່ອນໄຟຟ້ານໍ້າຄານ3 ແລະ ເຂື່ອນໄຟຟ້າໄຊຍະບູລີ ໃນລະຫວ່າງ ວັນທີ 04-06 ທັນວາ 2025 ທີ່ຜ່ານມາ.

ໃນການຢ້ຽມຢາມຄັ້ງນີ້ ນຳໂດຍ ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອໍານວຍການໃຫຍ່ ສາຍງານພັດທະນາທຸລະກິດ ຜ-ຟຟລ ພ້ອມດ້ວຍ ຄະນະຮັບຜິດຊອບ, ໂດຍໄດ້ມີການນໍາພາເຂົ້າຮ່ວມຮັບຟັງ ການນຳສະເໜີກ່ຽວກັບການດຳເນີນງານ ແລະ ເຂົ້າຢ້ຽມຊົມໂຮງຈັກຜະລິດໄຟຟ້າ ຂອງທັງສອງເຂື່ອນ.

ການເຂົ້າຢ້ຽມຢາມ ເຂື່ອນໄຟຟ້າຂອງ ຜ-ຟຟລ ໃນປີນີ້ ແມ່ນຈັດຂື້ນເພື່ອສ້າງສາຍພົວພັນອັນດີ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ກັບພາກສ່ວນພາຍນອກທີ່ສະໜັບສະໜູນ ຜ-ຟຟລ ມາໂດຍຕະຫຼອດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)