ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ຊ່ວຍເຫຼືອວຽກງານການ​ກໍ່​ສ້າງໂຮງຮຽນປະຖົມສົມບູນ ໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນໄຟຟ້ານໍ້າເລິກ

24/01/2022

CSR · 24/01/2022

ຜ-ຟຟລ ຊ່ວຍເຫຼືອວຽກງານການ​ກໍ່​ສ້າງໂຮງຮຽນປະຖົມສົມບູນ ໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນໄຟຟ້ານໍ້າເລິກ

ໃນວັນທີ 21 ມັງກອນ 2022 ທີ່ໂຮງຮຽນປະຖົມສົມບູນບ້ານ​ທ່າ​ເຮືອ  ຄະນະກຳມະການ ຈາກສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ເຂື່ອນໄຟຟ້ານໍ້າເລິກ ຮ່ວມກັບ ບໍລິສັດ ຫຼັກໄຊ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ (ຜູ້ຮັບເໝົາ) ໄດ້ລົງກວດກາວຽກສຳເລັດ 100% ແລະ ໄດ້ມອບ-ຮັບ ໂຄງການ ກໍ່​ສ້າງ​ໂຮງຮຽນປະ​ຖົມ​ສົມ​ບູນບ້ານ​ທ່າ​ເຮືອ, ເມືອງ ລ້ອງ​ຊານ, ແຂວງ ໄຊ​ສົມ​ບູນ ຈຳນວນ 1 ຫຼັງ ເຊິ່ງປະກອບມີ ຫ້ອງຮຽນ 5 ຫ້ອງ, ຫ້ອງນໍ້າ 2 ຫ້ອງ ພ້ອມດ້ວຍອຸປະກອນ ກະດານ,ຕູ້,ໂຕະ,ຕັ່ງ ທັງຂອງນັກຮຽນ ແລະ ຄູອາຈານ.

ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນເປັນໜຶ່ງໃນໂຄງການທີ່ໄດ້ຮັບບຸລິມະສິດ ໃນການນຳໃຊ້ທຶນພັດທະນາຊຸມຊົນ ຂອງ 07 ເຂື່ອນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ປະຈຳປີ 2021.

ເຊິ່ງໂຄງການດັ່ງກ່າວ ແມ່ນຢູ່ໃກ້ກັບເຂື່ອນໄຟຟ້ານໍ້າເລິກ , ເມືອງ ລ້ອງ​ຊານ, ແຂວງ ໄຊ​ສົມ​ບູນ ທີ່ເປັນ ໜຶ່ງໃນບັນດາເຂື່ອນໄຟຟ້າພະລັງງານນ້ຳ ທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ເປັນຜູ້ຄຸ້ມຄອງ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)