ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຊ່ວຍເຫຼືອວຽກງານສ້ອມແປງໂຮງຮຽນ ແລະ ກໍ່ສ້າງຂົວ ໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນໄຟຟ້າເຊເສັດ 1-2

21/07/2021

ຂ່າວ · 21/07/2021

ຜ-ຟຟລ ຊ່ວຍເຫຼືອວຽກງານສ້ອມແປງໂຮງຮຽນ ແລະ ກໍ່ສ້າງຂົວ ໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນໄຟຟ້າເຊເສັດ 1-2

ໃນວັນທີ 16 ກໍລະກົດ 2021 ທີ່ເຂືອນໄຟຟ້າ ເຊເສັດ 1-2 ຄະນະກຳມະການ ຈາກສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ເຂື່ອນໄຟຟ້າ ເຊເສັດ 1-2 ຮ່ວມກັບ ບໍລິສັດ ກໍ່ສ້າງ ເລກ 1 ແຂວງສາລະວັນ ຈຳກັດ ຜູ້ດຽວ (ຜູ້ຮັບເໝົາ) ໄດ້ລົງກວດກາວຽກສຳເລັດ 100% ແລະ ມອບ-ຮັບໂຄງການຊົ່ວຄາວ ໂຄງການ ສ້ອມແປງໂຮງຮຽນບ້ານແສນວັງໃຫຍ່, ເຈາະນ້ຳບາດານບ້ານຄຽງຕັງແລ ແລະ ບ້ານສະນຶມນອກ ແລະ ກໍ່ສ້າງຂົວຈົມຫ້ວຍຕະປຸ່ງ ບ້ານດົງນ້ອຍ ເມືອງເລົ່າງານ ແຂວງສາລະວັນ.

ການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວ ແມ່ນເປັນໜຶ່ງໃນໂຄງການທີ່ໄດ້ຮັບບຸລິມະສິດ ໃນການນຳໃຊ້ທຶນພັດທະນາຊຸມຊົນ ຂອງ 07 ເຂື່ອນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ປະຈຳປີ 2021.

ເຊິ່ງບັນດາໂຄງການເຫຼົ່ານີ້ ແມ່ນຢູ່ໃກ້ກັບເຂື່ອນໄຟຟ້າເຊເສັດ 1-2 ເມືອງ ເລົ່າງາມ ແຂວງສາລະວັນ ເຊິ່ງເປັນ ໜຶ່ງໃນບັນດາເຂື່ອນໄຟຟ້າພະລັງງານນ້ຳ ທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ເປັນຜູ້ຄຸ້ມຄອງ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)