ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດພິທີເຊັັນສັນຍາ Framework Agreement ໂຄງການເຂື່ອນໄຟຟ້າ ນ້ຳດິກ 1

12/09/2016

ຂ່າວ · 12/09/2016

ຜ-ຟຟລ ຈັດພິທີເຊັັນສັນຍາ Framework Agreement ໂຄງການເຂື່ອນໄຟຟ້າ ນ້ຳດິກ 1

ໃນວັນທີ 6 ກັນຍາ 2016, ທີ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເຊັນສັນຍາ Framework Agreement ໂຄງການເຂື່ອນໄຟຟ້າ ນ້ຳດິກ 1  ລະຫວ່າງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ),​ ກຸ່ມບໍລິສັດທີ່ປຶກສາແຫ່ງຊາດ (NCG) {ເຈົ້າຂອງໂຄງການ}, ແລະ ບໍລິສັດ AVIC International Holding Corporation {ຜູ້ຮັບເໝົາ}, ຊຶ່ງເນື້ອສໍາຄັນໃນສັນຍາມີດັ່ງນີ້: (1) ເຈົ້າຂອງໂຄງການມີວັດຖຸປະສົງເພື່ອໃຫ້ຜູ້ຮັບເໝົາເປັນຜູ້ອອກແບບ, ຈັດຊື້ຈັດຫາ, ປະກັນໄພ ແລະ ຈັດສົ່ງອຸປະກອນ, ການກໍ່ສ້າງ, ການທົດສອບອຸປະກອນ ລວມທັງວຽກໄຟຟ້າ ແລະ ວຽກກົນຈັກ; (2) ການຊອກຫາແຫຼ່ງທຶນ (ເງິນກູ້ຢືມ) ຈຳນວນ 85% ຂອງມູນຄ່າໂຄງການ ໂດຍຜ່ານທະນາຄານການເງິນຂອງ ສປ ຈີນ ໃນແບບ Buyer’s Credit ພາຍໃຕ້ການຄ້ຳປະກັນຂອງ Sinosure ແລະ ການອະນຸມັດຂອງລັດຖະບານ ສປ ຈີນ ແລະ ລັດຖະບານ ສປປລາວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)