ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດພິທີເຊັນສັນຍາຮ່ວມມືຂອງໂຄງການເຂື່ອນໄຟຟ້ານໍ້າຂອງປາກແບງ 912 MW

13/09/2016

ຂ່າວ · 13/09/2016

ຜ-ຟຟລ ຈັດພິທີເຊັນສັນຍາຮ່ວມມືຂອງໂຄງການເຂື່ອນໄຟຟ້ານໍ້າຂອງປາກແບງ 912 MW

ພິທີເຊັນສັນຍາຮ່ວມມືໂຄງການເຂື່ອນໄຟຟ້ານໍ້າຂອງປາກແບງ 912 ແມັກກາວັດ ລະ​ຫວ່າງ ບໍ​ລິ​ສັດ ຜະ​ລິດ-ໄຟ​ຟ້າ​ລາ​ວ ມະ​ຫາ​ຊົນ ແລະ ບໍລິ​ສັດ ຕ້າ​ຖັງ ຈາກ ສປ ຈີນ, ໄດ້ຈັດຂື້ນໃນວັນທີ 7 ກັນຍາ 2016, ທີ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ. ໂຄງການເຂື່ອນໄຟ​ຟ້​ານ້ຳຂອງປາກແບງ ຕັ້ງຢູ່ເມືອງປາກແບງ ແຂວງອຸດົມອຸດົມໄຊ ທາງພາກເໜືອຂອງ ສປປ ລາວ ຊຶ່ງເປັນເຂື່ອນແບບບໍ່ເກັບກັກນ້ຳ ທັງຜະລິດໄຟຟ້າ ແລະ ຮັບໃຊ້ການເດີນເຮືອໄດ້ອີກດ້ວຍ. ລະດັບປົກກະຕິຂອງນ້ຳ ໃນອ່າງແມ່ນ 340 ແມັດ, ກຳລັງຕິດຕັ້ງຂອງເຂື່ອນແມ່ນ 912 ແມັກກາວັດ ຜະລິດໄຟຟ້າສະເລ່ຍຕໍ່ປີແມ່ນ 4775 ລ້ານ ກິໂລວັດໂມງ. ການພັດທະນາ ແລະ ກໍ່ສ້າງເຂື່ອນໄຟ​ຟ້​ານໍ້າຂອງປາກແບງ ຈະສາມາດຊຸກຍຸ້ການພັດທະນາເສດຖະກິດສັງຄົມຂອງ ສ​ປ​ປ ລາວ ທັງ​ເປັນ​ການສ້າງໂອກາດໃນການປະກອບອາຊີບຂອງປະຊາຊົນໃນທ້ອງຖິ່ນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)