ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ສົ່ງຕໍ່ "ອາຍອຸ່ນ" ສູ່ພີ່ນ້ອງບ້ານພູຊ້າງ: ໂຄງການມອບອາຍອຸ່ນ ປີ 1 ຕ້ານໄພໜາວ

27/01/2026

CSR · 27/01/2026

ເພາະຄວາມຫ່ວງໄຍຄືພະລັງງານທີ່ສຳຄັນ... ໃນວັນທີ 23 ມັງກອນ 2026, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍຄະນະຜູ້ບໍລິຫານເຂື່ອນໄຟຟ້ານ້ຳຄານ 2-3 ແລະ ອຳນາດການປົກຄອງທ້ອງຖິ່ນເມືອງຊຽງເງິນ ໄດ້ຮ່ວມກັນລົງຢ້ຽມຢາມ ແລະ ມອບເຄື່ອງກັນໜາວໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ບ້ານພູຊ້າງ, ແຂວງຫຼວງພະບາງ.

ບ້ານພູຊ້າງ ຕັ້ງຢູ່ເທິງເຂດພູສູງ ເຊິ່ງຕ້ອງປະສົບກັບສະພາບອາກາດທີ່ໜາວເຢັນໃນໄລຍະນີ້.

ດ້ວຍຈິດໃຈແຫ່ງການແບ່ງປັນ, ພະນັກງານ ຜ-ຟຟລ ທຸກຄົນຈຶ່ງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງ "ໂຄງການມອບອາຍອຸ່ນ ປີ 1" ເພື່ອບັນເທົາຄວາມໜາວ ແລະ ສ້າງຮອຍຍິ້ມໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນ.

📦 ສິ່ງຂອງທີ່ນຳມາມອບໃນຄັ້ງນີ້ປະກອບມີ:

• 🧤 ຖົງມື 120 ຄູ່

• 🧦 ຖົງຕີນ (ເດັກນ້ອຍ ແລະ ຜູ້ໃຫຍ່) 240 ຄູ່

• 🧥 ເສື້ອກັນໜາວເດັກນ້ອຍ 100 ຊຸດ

• 🧣 ຜ້າຫົ່ມ 85 ຝືນ

• 👕 ເຄື່ອງນຸ່ງມືສອງສະພາບດີ 5 ເປົາ

• 🥛 ນົມ ແລະ ເຂົ້າໜົມສຳລັບນ້ອງໆນັກຮຽນ

ພິທີມອບ-ຮັບໃນຄັ້ງນີ້ ນຳໂດຍ ທ່ານ ອິນປັນ ບໍລິຫານ ຮັກສາການຜູ້ອຳນວຍການຝ່າຍບໍລິຫານ ຜ-ຟຟລ ພ້ອມດ້ວຍຄະນະ, ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມປິຕິຊົມຊື່ນຈາກທັງຜູ້ມອບ ແລະ ຜູ້ຮັບ.

"ເຖິງວ່າສິ່ງຂອງເຫຼົ່ານີ້ຈະມີມູນຄ່າບໍ່ມະຫາສານ, ແຕ່ມັນຄື 'ນ້ຳໃຈ' ທີ່ພະນັກງານພວກເຮົາຕັ້ງໃຈມອບໃຫ້ ເພື່ອຊ່ວຍບັນເທົາຄວາມໜາວ ແລະ ເປັນກຳລັງໃຈໃຫ້ພີ່ນ້ອງບ້ານພູຊ້າງທຸກທ່ານ."

ຜ-ຟຟລ ຍັງຄົງດຳເນີນທຸລະກິດຄຽງຄູ່ກັບການເອົາໃຈໃສ່ພັດທະນາຊຸມຊົນ ແລະ ຄຸ້ມຄອງສິ່ງແວດລ້ອມ ເພື່ອສ້າງສາຍພົວພັນອັນດີ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຍືນຍົງ.

--------------------------


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)