ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຕາງໜ້າ EDL-Gen ໄດ້ເຂົ້າຮ່ວມການມອບທຶນສະໜັບສະໜູນໂຄງການພັດທະນາຊຸມຊົນ

03/12/2025

ຂ່າວ · 03/12/2025

ໃນວັນທີ 15 ພະຈິກ 2025 ຕາງໜ້າ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ເຂົ້າມອບທຶນສະໜັບສະໜູນໂຄງການພັດທະນາຊຸມຊົນ ຢູ່ບ້ານພູຊ້າງ ເມືອງຊຽງເງີນ ແຂວງຫຼວງພຣະບາງ.

ບ້ານພູຊ້າງ ເປັນໜຶ່ງໃນບ້ານຈັດສັນຂອງໂຄງການເຂື່ອນໄຟຟ້ານ້ຳຄານ 2. ການມອບທຶນຄັ້ງນີ້ມີຈຸດປະສົງເພື່ອສະໜັບສະໜູນການ ສ້ອມແປງລະບົບນໍ້າລີນ ຂອງບ້ານ ເຊິ່ງເປັນປັດໄຈສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ.

·ຜູ້ຕາງໜ້າ EDL-Gen: ນຳໂດຍ ທ່ານ ສີລິພົມ ແສງອ່ອນແກ້ວ, ຮອງຜູ້ອຳນວຍການໃຫຍ່ ສາຍງານຜະລິດ.

·ຜູ້ຕາງໜ້າເຂື່ອນ: ທ່ານ ສົມໃຈ ສີຈັນທະລາດ, ຜູ້ອຳນວຍການເຂື່ອນໄຟຟ້ານ້ຳຄານ 2-3.

·ມູນຄ່າທຶນສະໜັບສະໜູນ: ລວມທັງໝົດ 74,800,000 ກີບ.

EDL-Gen ຖືເອົາຄວາມຮັບຜິດຊອບຕໍ່ສັງຄົມ (CSR) ເປັນສ່ວນໜຶ່ງຂອງຍຸດທະສາດຂອງອົງກອນ. ພາລະກິດຂອງພວກເຮົາບໍ່ໄດ້ຈຳກັດຢູ່ພຽງແຕ່ການຜະລິດໄຟຟ້າເທົ່ານັ້ນ, ແຕ່ຍັງລວມເຖິງການ ພັດທະນາຄຸນນະພາບຊີວິດຂອງຊຸມຊົນທີ່ຢູ່ອ້ອມຂ້າງໂຄງການ ດ້ວຍ.

ການສະໜັບສະໜູນການສ້ອມແປງລະບົບນໍ້າລີນຄັ້ງນີ້ແມ່ນການຢືນຢັນເຖິງຄວາມມຸ່ງໝັ້ນຂອງ

EDL-Gen ໃນການຮັບປະກັນໃຫ້ຊຸມຊົນມີພື້ນຖານໂຄງລ່າງທີ່ໝັ້ນຄົງ, ໂດຍສະເພາະການເຂົ້າເຖິງນໍ້າສະອາດ, ເຊິ່ງເປັນພື້ນຖານຂອງສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນບ້ານຈັດສັນຂອງພວກເຮົາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)