ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ມອບເຄື່ອງອຸປະກອນ ການສຶກສາ ແລະ ກິລາ

16/08/2023

CSR · 16/08/2023

ວັນທີ 11 ສິງຫາ 2023 ທ່ານ ສຸລິວັດ ສຸວັນນະຈູມຄຳ ປະທານສະພາບໍລິຫານ ພ້ອມດ້ວຍການນໍາ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ມອບເຄື່ອງອຸປະກອນ ການສຶກສາ ແລະ ກິລາ ໃຫ້ນ້ອງນັກຮຽນໂຮງຮຽນປະຖົມ ບ້ານສາມະຄີໄຊ, ເມືອງຊຽງເງິນ, ແຂວງຫຼວງພະບາງ.

ເຂົ້າຮ່ວມພິທີມອບໃນຄັ້ງນີ້ມີ ທ່ານ ບຸນເພັດ ພູນຜົນ ຮອງເຈົ້າເມືອງ ເມືອງຊຽງເງິນ, ທ່ານ ວັນແສງ ວັນນະວົງ ຮັກສາການ ຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນ ເມືອງ ຊຽງເງິນ ແຂວງ ຫຼວງພະບາງ, ບັນດາພະນັກງານຂອງ ຜ-ຟຟລ ແລະ ນ້ອງໆນັກຮຽນ

ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບດ້ວຍ: ອຸປະກອນການສຶກສາ ແລະ ກິລາຈຳນວນໜື່ງເຊັ່ນ: ປຶ້ມ, ບິກ, ບານເຕະ, ຊຸດກິລາ ແລະ ອື່ນໆ ລວມມູນຄ່າ 18 ລ້ານກີບ.

ຈຸດປະສົງການມອບໃນຄັ້ງ ນີ້ ກໍ່ເພື່ອເປັນການສົ່ງເສີມ ແລະ ຊ່ວຍເຫຼືອນ້ອງນັກຮຽນ ໃຫ້ມີອຸປະກອນການຮຽນ ແລະ ມີອຸປະກອນ ການຫຼີ້ນກິລາ ເພື່ອໃຫ້ຮ່າງກາຍແຂງແຮງ.

ກິດຈະກໍາການມອບອຸປະກອນການຮຽນ ແລະ ອຸປະກອນກິລາໃນຄັ້ງນີ້ ແມ່ນກິດຈະກໍາໜຶ່ງ ທີ່ ຜ-ຟຟລ ເຮັດເປັນປະຈໍາໃນແຕ່ລະປີ ຄຽງຄູ່ກັບ  ການດຳເນີນທຸລະກິດ ຜະລິດພະລັງງານໄຟຟ້າ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)