ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ມອບເສື້ອ 500 ຜືນ ໃຫ້ແກ່ ກິດຈະກໍາວັນນໍ້າໂລກ

17/03/2015

CSR · 17/03/2015

ຜ-ຟຟລ ມອບເສື້ອ 500 ຜືນ ໃຫ້ແກ່ ກິດຈະກໍາວັນນໍ້າໂລກ

ເນື່ອງໃນໂອກາດ ວັນນໍ້າໂລກ 22 ມີນາ 2015 ທີ່ຈະມາຮອດນີ້, ຜ-ຟຟລ ໄດ້ມອບເສື້ອຍືດ ເພື່ອອຸປະຖໍາໃນການສະເຫຼີມສະຫຼອງວັນດັ່ງກ່າວ ຈໍານວນ 500 ຜືນ ໃນວັນທີ 16 ມີນາ 2015 ທີ່ຜ່ານມາ ຢູ່ທີ່ ກະຊວງຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ; ເຊິ່ງຕາງໜ້າມອບຈາກ ບໍລິສັດ ຜະລິດ - ໄຟຟ້າລາວ ມະຫາຊົນ ໂດຍ ທ່ານ ນ. ລັດຕະນາ ປະທຸມວັນ ຮອງຜູ້ອໍານວຍການໃຫຍ່ສາຍງານການຜະລິດ ແລະ ຕາງໜ້າຮັບຈາກ ກະຊວງຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໂດຍ ທ່ານ ຈັນທະເນດ ບົວລະພາ ຫົວໜ້າກົມຊັບພະຍາກອນນໍ້າ. ເສື້ອຈໍານວນດັ່ງກ່າວ ແມ່ນຈະໄດ້ແຈກຢາຍໃຫ້ແກ່ບັນດາພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ເພື່ອການສະເຫຼີມສະຫຼອງວັນດັ່ງກ່າວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)