ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2022

04/04/2023

ຂ່າວ · 04/04/2023

ໃນວັນທີ 29 ມີນາ 2023 ທີ່ຜ່ານມາ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2022 ທີ່ໂຮງແຮມ ເມືອງແທ່ງ, ນະຄອນຫຼວງວຽງຈັນ.

ລາງວັນທີ່ ຜ-ຟຟລ ໄດ້ຮັບດັ່ງກ່າວ ເປັນສາຂາລາງວັນທີ່ມອບໃຫ້ແກ່ບໍລິສັດ ທີ່ ຊະນະເລີດທຸລະກິດອາຊຽນດີເດັ່ນຂະແໜງການພະລັງງານ ຂອງ ສປປ ລາວ ປະຈໍາປີ 2022.

ພິທີດັ່ງກ່າວຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍ ໂຄງການພັດທະນາອະຊີວະສຶກສາ (RECOTVET) ແລະ ໂຄງການ VELA ຂອງ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ.

ໂດຍການໃຫ້ກຽດມອບຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການຕ່າງປະເທດ, ແລະ ຕາງໜ້າ ເຂົ້າຮ່ວມຮັບລາງວັນໃນຄັ້ງນີ້ ແມ່ນ ທ່ານ ວັນແສງ ວັນນະວົງ ວ່າການຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍບັນດານັກທຸລະກິດທີ່ຊະນະເລີດໄດ້ຮັບລາງວັນຕ່າງ ໄດ້ເຂົ້າຮ່ວມໃນພິິທີດັ່ງກ່າວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)