ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

EDL-Gen ເຂົ້າຮ່ວມງານ Thailand Focus 2025 ທີ່ບາງກອກ

03/09/2025

CSR · 03/09/2025

ໃນວັນທີ 27 ສິງຫາ 2025, ທ່ານ ຄຳໃບ ຫລວງໄຊ, ຮອງຜູ້ອຳນວຍການໃຫຍ່ ສາຍງານການເງິນ ຂອງ ຜ-ຟຟລ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສໍາມະນາ "Thailand Focus 2025" ທີ່ບາງກອກ, ປະເທດໄທ, ພາຍໃຕ້ຫົວຂໍ້ "Beyond the Challenge".

ງານສໍາມະນາປະຈຳປີນີ້ຈັດຂຶ້ນໂດຍຕະຫຼາດຫຼັກຊັບແຫ່ງປະເທດໄທ, ເປັນເວທີສໍາຄັນທີ່ເຕົ້າໂຮມນັກລົງທຶນ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ເພື່ອຮັບຟັງນະໂຍບາຍເສດຖະກິດຂອງໄທ ແລະ ແນວໂນ້ມຂອງເສດຖະກິດໂລກ, ພ້ອມທັງຮັບຟັງການແລກປ່ຽນບົດຮຽນກັບບັນດາທຸລະກິດຊັ້ນນຳ.

ການເຂົ້າຮ່ວມຄັ້ງນີ້ ໄດ້ສະແດງເຖິງສາຍພົວພັນອັນດີລະຫວ່າງ ຜ-ຟຟລ ແລະ ຕະຫລາດຫລັກຊັບໄທແລ້ວ ລວມທັງຄວາມເອົາໃຈໃສ່ໃນການຕິດຕາມອັບເດດຂໍ້ມູນຂ່າວສານ ແນວໂນ້ມເສດຖະກິດໂລກ ແລະ ໂອກາດໃນການລົງທຶນໃນອະນາຄົດ ຂອງ ຜ-ຟຟລ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)