ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”

15/06/2020

ຂ່າວ · 15/06/2020

ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”

ໃນວັນທີ 12 ມິຖຸນາ 2020, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ຫຼື ຕລຊລ (LSX Disclosure Award 2019)”.

ຈຸດປະສົງໃນການຈັດພິທີດັ່ງກ່າວ ແມ່ນເພື່ອເປັນການສະຫຼູບຕີລາຄາຜົນງານການເປີດເຜີຍຂໍ້ມູນ ຂອງບໍລິສັດຈົດທະບຽນ ໃນ ຕລຊລ ຕະຫຼອດໄລຍະປີ 2019 ທີ່ຜ່ານມາ, ພ້ອມທັງເປັນການສົ່ງເສີມວຽກງານຕະຫຼາດທຶນ ກໍຄືພັນທະຂອງບໍລິສັດຈົດທະບຽນ ທີ່ຕ້ອງໄດ້ປະຕິບັດການເປີດເຜີຍຂໍ້ມູນໃຫ້ບັນດາຜູ້ລົງທຶນ ແລະ ມວນຊົນຮັບຊາບເປັນປະຈຳ, ທັງຍັງເປັນການກະຕຸກຊຸກຍູ້ໃຫ້ບັນດາບໍລິສັດຈົດທະບຽນປະຕິບັດການລາຍງານ ແລະ ເປີດເຜີຍຂໍ້ມູນໃຫ້ສືບຕໍ່ເປັນປົກກະຕິຕໍ່ເນື່ອງ ແລະ ດີຍິ່ງຂຶ້ນ. ໃນພິທີດັ່ງກ່າວ ຜ-ຟຟລ ກໍໄດ້ຮັບ 2 ລາງວັນຄື “ໃບຍ້ອງຍໍການເປີດເຜີຍຂໍ້ມູນດີເດັ່ນປະເພດ 1” ແລະ “ໃບຍ້ອງຍໍການເປີດເຜີຍຂໍ້ມູນແບບສະໝັກໃຈດີເດັ່ນ”, ຮັບໂດຍ ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)