ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ໄດ້ຈັດງານ ຝຶກອົບຮົມ “ການນຳໃຊ້ລະບົບໂປຣແກຣມຄຸ້ມຄອງຊັບສົມບັດຄົງທີ່ ແລະ ລະບົບໂປຣແກຣມໜີ້ຕ້ອງສົ່ງ AP”

15/09/2025

CSR · 15/09/2025

ສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ລະບົບໂປຣແກຣມຄຸ້ມຄອງຊັບສົມບັດຄົງທີ່ ແລະ ລະບົບໂປຣແກຣມໜີ້ຕ້ອງສົ່ງ AP” ທີ່ຕຶກສະຖາບັນໄຟຟ້າລາວ, ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 11-12 ກັນຍາ 2025

ໂດຍການປະທານຂອງ ທ່ານ ຄຳໃບ ຫຼວງໄຊ, ຮອງຜູ້ອໍານວຍການໃຫຍ່ສາຍງານການເງິນ ຜ-ຟຟລ, ພ້ອມດ້ວຍບໍລິສັດ ອາກາດ ໂຊລູຊັ່ນ ຈຳກັດ ຜູ້ພັດທະນາໂປຣແກຣມ.

ການຈັດຝຶກອົບຮົມໃນຄັ້ງນີ້ ຝ່າຍບັນຊີ ມີເປົ້າໝາຍ ວ່າດ້ວຍການຫັນປ່ຽນອົງກອນໃຫ້ມີຄວາມທັນສະໄໝ ເທື່ອລະກ້າວ ດ້ວຍການຍົກລະດັບຄວາມຮູ້ວິຊາການ ທັງພາຍໃນສຳນັກງານໃຫຍ່ ແລະ ວິຊາການຈາກ 13 ເຂື່ອນ ທີ່ ຜ-ຟຟລ ຄຸ້ມຄອງ ເພື່ອເພີ່ມຄວາມຮູ້ໃນການນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານບັນຊີ ເຊິ່ງເປັນວຽກທີ່ສຳຄັນ ແລະ ຮີບດ່ວນ.

ການພັດທະນາລະບົບໂປແກມໃນຄັ້ງນີ້ ແມ່ນເພື່ອໃຫ້ເປັນການເຊື່ອມໂຍງຖານຂໍ້ມູນ ແບບລວມສູນ (Centralized data), ເຮັດໃຫ້ສາມາດຕິດຕາມ ກວດກາ ລາຍການເຄື່ອນໄຫວຊັບສົມບັດຄົງທີ່ ແລະ ໜີ້ຕ້ອງສົ່ງ ຂອງ ຜ-ຟຟລ, ໂດຍເຊື່ອມຕໍ່ກັບລະບົບບັນຊີທີ່ນໍາໃຊ້ຢູ່ໃນປະຈຸບັນ ເຂົ້າກັບບັນຊີປະຈຳວັນທົ່ວໄປ ເພື່ອໃຫ້ສໍານັກງານໃຫຍ່ ແລະ ບັນດາເຂື່ອນທີ່ຂຶ້ນກັບ ສາມາດສະຫຼຸບບັນຊີ ໄດ້ໄວ ແລະ ທັນຕາມກຳນົດເວລາ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)