ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

EDL-Gen ຈັດກິດຈະກຳ ‘ຮັກນີ້ແດ່ພີ່ນ້ອງ ປີ 4’

26/05/2023

CSR · 26/05/2023

ໃນລະຫ່ວາງ ວັນທີ 23-24 ພຶດສະພາ 2023 ຕາງຫນ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກິດຈະກຳ ‘ຮັກນີ້ແດ່ພີ່ນ້ອງ ປີ 4’ ຮ່ວມກັບນ້ອງໆນັກຮຽນ ທີ່ ໂຮງຮຽນປະຖົມແຊລະບຳ, ເມືອງ ຊະນະສົມບູນ, ແຂວງ ຈຳປາສັກ.

ຈຸດປະສົງຂອງໂຄງການດັ່ງກ່າວນີ້ ເພື່ອສະໜັບສະໜູນ ຊ່ວຍເຫຼືອໂຮງຮຽນທີ່ຢູ່ໃກ້ກັບໂຄງການເຂື່ອນໄຟຟ້າຂອງ ຜ-ຟຟລ

ໃນໂອກາດັ່ງກ່າວນີ້ ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະ, ຕາງໜ້າຈາກອຳນາດການປົກຄອງເມືອງ ຊະນະສົມບູນ ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ອຸປະກອນການຮຽນ-ການສອນ ທີ່ ໂຮງຮຽນປະຖົມສົມບູນ ແຊລະບຳ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນນອນຢູ່ພາຍໃຕ້ໂຄງການ ‘ຮັກນີ້ແດ່ພີ່ນ້ອງ ປີ 4’ ປະກອບດ້ວຍ ຄອມພີວເຕີ້ ຈຳນວນ 1 ຊຸດ, ຕູ້ໃສ່ເອກະສານຄູ, ປິ້ນເຕີ້, ຖັງໃສ່ຂີ້ເຫຍື້ອ ອຸປະກອນການຮຽນການສອນ ແລະ ກິລາຈຳນວນໜຶ່ງ ໃຫ້ແກ່ຄູອາຈານ ແລະ ນ້ອງໆນັກຮຽນ

ພາຍຫຼັງສຳເລັດພິທີມອບອຸປະກອນການຮຽນແລ້ວ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ ປະເພດໃຫ້ໝາກຈຳນວນຫນຶ່ງ ພາຍໃນຂອບເຂດບໍລິເວນໂຮງຮຽນ ເພື່ອເປັນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດທີ່ໃກ້ຈະມາເຖິງນີ້.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)